ສາເຫດຂອງການເກີດ “ຮ້ອນໃນ”

0
2795

ອາການຮ້ອນໃນ ເມື່ອເກີດກັບໃຜກໍຈະທໍລະມານທຸກຄັ້ງ ບໍ່ວ່າຈະເປັນຕາມຮີມປາກ, ພົ້ງແກ້ມ ຫຼືລີ້ນ ກໍລ້ວນແລ້ວແຕ່ເຮັດໃຫ້ການເວົ້າ, ການກິນຕ້ອງບໍ່ສະດວກປານໃດ, ບາງຄົນອາດເປັນຕະຫຼອດ ມື້ນີ້ມາຮູ້ຈັກສາເຫດຂອງການເກີດຮ້ອນໃນ ເພື່ອຈະຫຼີກລຽງບໍ່ເຮັດ ແລະບໍ່ເປັນຮ້ອນໃນອີກຕໍ່ໄປ

  1. ພັກຜ່ອນບໍ່ພຽງພໍ ນອນເດິກ
  2. ມີຄວາມຄຽດເລື່ອງວຽກງານ ຫຼືຊີວິດຫຼາຍເກີນໄປ
  3. ກິນອາຫານທີ່ມີລິດເຮັດໃຫ້ເກີດຮ້ອນໃນຫຼາຍເກີນໄປເຊັ່ນ: ເຫຼົ້າ, ເບຍ, ນໍ້າຫວານ, ອາຫານຈືນ…
  4. ກັດປາກຕົນເອງ ແບບນີ້ຖືວ່າເຈັບສຸດ ເພາະໂທດໃຜບໍ່ໄດ້
  5. ຂາດວິຕາມິນ ຫຼືແຮ່ທາດບາງຊະນິດໂດຍສະເພາະທາດເຫຼັກ, ວິຕາມິນບີ 12
  6. ເປັນປະຈຳເດືອນ, ການຮ້ອນໃນອາດເກີດຂຶ້ນກັບຜູ້ຍິງທີ່ເປັນປະຈຳເດືອນ ເພາະເປັນຊ່ວງທີ່ຮ່າງກາຍມີການປ່ຽນແປງໂຮໂມນ
  7. ກິນອາຫານລົດຊາດເຜັດ, ລົດຫວານ, ລົດເຄັມ ເກີນໄປ ເຊິ່ງເປັນສາເຫດເຮັດໃຫ້ເກີດອາການຮ້ອນໃນ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ