spot_img
Home​ຂ່າວທ່ອງທ່ຽວສປປ ລາວກຽມສະເໜີທົ່ງໄຫຫີນເຂົ້າເປັນມໍລະດົກໂລກແລ້ວ

ສປປ ລາວກຽມສະເໜີທົ່ງໄຫຫີນເຂົ້າເປັນມໍລະດົກໂລກແລ້ວ

Published on

ສປປ ລາວກຽມນຳສະເໜີທົ່ງໄຫຫີນ 11 ແຫ່ງ ຢູ່ແຂວງຊຽງຂວງເຂົ້າເປັນມໍລະດົກໂລກແຫ່ງທີ 3 ພາຍຫລັງກົມ ມໍລະດົກ ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວພະແນກ ຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ຊຽງຂວາງ ແລະ ອົງການ ອຸຍແນສໂກ ປະຈຳພາກພື້ນອາຊີ-ປາຊີຟິກ ຈັດສຳມະນາສາກົນກ່ຽວກັບການສຶກສາປຽບທຽບຄຸນຄ່າ ຈັກກະວານ (OUV) ຂອງວັດທະນະທຳ ທົ່ງໄຫຫີນ (ວັດທະນະທຳຍຸກຫີນໃຫຍ່) ຢູ່ພາກພື້ນອາຊີ-ປາຊີຟິກຂຶ້ນ ລະຫວ່າງ ວັນທີ 1-2 ມິຖຸນາ 2016 ທີ່ຫໍວັດທະນະທຳແຫ່ງຊາດ ໂດຍເປັນປະທານຂອງ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງ ຖວທ, ທ່ານ ຣິຄາໂດ ຟາວິກ ຜູ້ຕາງໜ້າ ຈາກອົງການ ອຸຍແນສໂກ ປະຈຳບາງກອກ, ທ່ານ ຫົວໜ້າກົມ ຮອງກົມ ເລຂາຄະນະກຳມະການແຫ່ງຊາດລາວ ເພື່ອ ອຸຍແນສ ໂກອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມເພື່ອເຊີນບູຮານວິທະຍາຍຸກ ກ່ອນປະຫວັດສາດທີ່ມີວັດທະນະທຳທີ່ ຄ້າຍຄືກັນຈາກປະເທດອິນເດຍອິນໂດເນເຊຍ ແລະ ເກົາຫຼີ ມາອະທິບາຍ ແລະ ຊີ້ແຈງເຫດຜົນຫຼັກຖານທີ່ຄົ້ນພົບ ແລະ ສຶກ ສາປຽບທຽບກັບວັດທະນະທຳທົ່ງໄຫຫີນຊຽງຂວາງ ພ້ອມທັງກຳນົດມາດຖານເງື່ອນໄຂຂອງໄຫຫີນທີ່ຈະສະເໜີເປັນມໍລະດົກ ໂລກ.

ໂອກາດນີ້ ທ່ານ ບົວເງິນ ຊາພູວົງ ໄດ້ກ່າວວ່າ: ຜ່ານມາການປະຕິບັດວຽກງານການຄຸ້ມຄອງມໍລະດົກ ແລະ ເກັບຂໍ້ມູນ ໄຫຫີນຊຽງຂວາງດຳເນີນໄປດ້ວຍດີ ໂດຍສະເພາະທ້າຍເດືອນ ມີນາ 2016 ທີ່ຜ່ານມາ ອຳນາດການປົກຄອງແຂວງ ຊຽງຂວາງ ຮ່ວມກັບກົມມໍລະດົກ ແລະ ຊ່ຽວຊານອຸຍແນສໂກ ໄດ້ຈັດ ກອງປະຊຸມຮັບຮອງເອົາໄຫຫີນຢູ່ຂັ້ນທ້ອງຖິ່ນຈຳນວນ 11 ແຫ່ງ ເພື່ອກຽມສະເໜີເປັນມໍລະດົກໂລກ ໃນອະນາຄົດ. ດັ່ງນັ້ນ, ການສຳມະນາໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຫຼາຍເພື່ອເຊື້ອເຊີນເອົານັກຄົ້ນຄວ້າດ້ານບູຮານວິທະຍາຊ່ຽວຊານຈາກຕ່າງປະເທດຈະ ໄດ້ມີການກຳນົດເງື່ອນໄຂມາດຕະຖານໃຫ້ ຄົບຖ້ວນຕາມລະບຽບສາກົນທີ່ຈະສະເໜີເປັນມໍລະດົກໂລກ ເຊິ່ງຈະໄດ້ພ້ອມກັນປຶກສາຫາລືຄົ້ນຄວ້າ ວາງແຜນການອັນລະອຽດຊ່ວຍກັນປັບປຸງເນື້ອໃນແຜນແມ່ບົດ ແລະ ຄຳຮ້ອງໃຫ້ຄົບຖ້ວນສົມບູນ ແລະ ກະກຽມຄວາມພ້ອມຢ່າງຮອບດ້ານໃນການນຳສະເໜີທົ່ງໄຫຫີນເຂົ້າເປັນມໍລະດົກໂລກໃນອະນາຄົດອັນໃກ້ນີ້.

ປັດຈະບັນນີ້ ສປປ ລາວມີແຫລ່ງມໍລະດົກໂລກ 2 ແຫ່ງໃນແຂວງຈຳປາສັກ ແລະ ຫລວງພະບາງ ເຊິ່ງກາຍເປັນໄມ້ງັດເສດຖະກິດສຳຄັນໃນການປະກອບສ່ວນສ້າງລາຍຮັບເຂົ້າປະເທດ ແລະ ສ້າງວຽກງານທຳຢ່າງຫລວງຫລາຍ.

ປີ 2015 ຜ່ານມາມີນັກທ່ອງທ່ຽວເຂົ້າຢ້ຽມຢາມ ສປປ ລາວປະມານ 4 ລ້ານກວ່າຄົນ ແລະ ຄາດວ່າປີ 2016 ຈຳນວນທ່ອງທ່ຽວຈະເພີ່ມຂຶ້ນປະມານ 5 ລ້ານ.

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...