ຂ່າວການມອມຢາໃນອາຫານ ແລະ ເຄື່ອງດື່ມ ກຳລັງເປັນຂ່າວທີ່ສັງຄົມໃຫ້ຄວາມສົນໃຈຢ່າງກວ້າງຂວາງ ຊຶ່ງໃນສັງຄົມລາວກໍເຄີຍມີເຫດການນີ້ເກີດຂຶ້ນ ຊຶ່ງຫຼາຍທ່ານອາດເຄີຍເຫັນຂ່າວທີ່ຖືກເຜີຍແຜ່ຕາມເຟສບຸ໊ກຕ່າງໆ ແລະ ຄົນທີ່ຖືກວາງຢາມີທັງແມ່ຍິງ ແລະ ຜູ້ຊາຍ ບາງຄົນກໍມີອາການສາຫັດຕ້ອງເຂົ້າປິ່ນປົວຢູ່ໂຮງໝໍ ແຕ່ບາງຄົນຮ້າຍແຮງກໍເຖິງຂັ້ນເສຍຊີວິດ ສ່ວນປະເພດຢາທີ່ນິຍົມໃຊ້ທີ່ສຸດນັ້ນກໍຄື “ຢາເສຍສາວ”.
ຄົນທີ່ມີຄວາມສ່ຽງຈະຖືກວາງຢາເສຍສາວແມ່ນມີທຸກຸ່ມທຸກເພດທຸກໄວ ແຕ່ສ່ວນຫຼາຍທີ່ເຫັນຕາມຂ່າວແມ່ນມັກເກີດຂຶ້ນກັບແມ່ຍິງຊຶ່ງສ່ວນໃຫຍ່ເປັນຄົນທີ່ມັກທ່ຽວກາງຄືນ ມັກໄປງານສັງສັນຕ່າງໆ ລວມເຖິງເປັນຄົນທີ່ບຸກຄະລິກ ແລະ ໜ້າຕາຄ່ອນດີ ຫຼື ເປັນຄົນທີ່ມີຖານະ ເນື່ອງຈາກວ່າຜູ້ທີ່ວາງຢາຄົນອື່ນກ່ອນຈະລົງມືແມ່ນຕ້ອງມີການເລືອກເຫຍື່ອ ແລະ ຄິດແຜນການໄວ້ລ່ວງໜ້າ ຊຶ່ງອາດມີຈຸດປະສົງຕ້ອງການລັກຊັບ ຫຼື ການຮ່ວມເພດກັບຄົນທີ່ຖືກວາງຢາ.
ດັ່ງນັ້ນ ການທີ່ຈະອອກໄປທ່ຽວທາງນອກ ຫຼື ໄປຮ່ວມກິດຈະກຳທີ່ມີເລື່ອງກ່ຽວກັບການກິນດື່ມທຸກຄັ້ງ ທ່ານຕ້ອງມີສະຕິລະວັງຕົວເຖິງແມ່ນວ່າທ່ານຈະໄປກັບເພື່ອນສະນິດ ຫຼື ແມ່ນແຕ່ຄົນຮັກກໍຕາມ ຕ້ອງຄິດເສເໝີວ່າຄົນເຮົາ “ຮູ້ໜ້າບໍ່ຮູ້ໃຈ”.
ອາການເມື່ອເວລາດື່ມຢາເສຍສາວ
- ວິນຫົວ ປວດຮາກ
- ມຶນໆງົງໆ
- ຍ່າງເຊຈຶ້ງໂຕບໍ່ຢູ່
- ຫາຍໃຈຍາກ
- ຮ່າງກາຍຮ້ອນວູບວາບຈົນຢາກຖອດເຄື່ອງນຸ່ງອອກ
- ເມົາໜັກຄ້າຍຄືດື່ມເຄື່ອງດື່ມປະລິມານຫຼາຍ ເຖິງແມ່ນວ່າຈະກິນຈະດື່ມເລັກໜ້ອຍກໍຕາມ
- ຄຸມສະຕິບໍ່ໄດ້
- ມີອາການສູນເສຍຄວາມຊົງຈຳໄປໄລຍະໜຶ່ງ ເມື່ອຢາໝົດລິດຈະຈື່ຫຍັງບໍ່ໄດ້
ວິທີປ້ອງກັນຕົວເອງຈາກຢາເສຍສາວ
- ເມື່ອກິນອາຫານ ຫຼື ດື່ມເຄື່ອງດື່ມ ບໍ່ວ່າຈະຢູ່ສະຖານທີ່ໃດກໍຕາມ ບໍ່ຄວນດື່ມເຄື່ອງດື່ມ ຫຼື ກິນອາຫານຈາກຄົນແປກໜ້າ ໂດຍສະເພາະຫາກທ່ານຢູ່ສະຖານທີ່ບໍ່ໜ້າໄວ້ໃຈ.
- ຫາກທ່ານວາງອາຫານ ຫຼື ເຄື່ອງດື່ມຂອງຕົວເອງໄວ້ເທິງໂຕະແລ້ວທ່ານໄປເຂົ້າຫ້ອງນໍ້າ ເມື່ອກັບມາຄວນປ່ຽນຈອກເຄື່ອງດື່ມໃໝ່ ແລະ ບໍ່ຄວນຮັບປະທານອາຫານຈານນັ້ນຕໍ່.
- ເຖິງແມ່ນວ່າທ່ານຈະຢູ່ກັບເພື່ອນສະນິດແຕ່ບໍ່ຄວນໄວ້ໃຈຫຼາຍຈົນເກີນໄປໃຫ້ທ່ານລະວັງເລື່ອງເຄື່ອງດື່ມ ແລະ ອາຫານເຂົາຄົນນັ້ນຈະດື່ມແອລກໍຮອລໃນຈອກດຽວກັບທ່ານກໍຕາມ.
- ຫາກທ່ານຮູ້ສຶກວ່າຮ່າງກາຍມີອາການຜິດປົກກະຕິ ຄວນຕັ້ງສະຕິແລ້ວຟ້າວອອກຈາກສະຖານທີ່ນັ້ນໃຫ້ໄວ ຟ້າວໂທຫາຄົນໃນຄອບຄົວ ຫຼື ຄົນທີ່ໄວ້ໃຈໄດ້ເພື່ອບອກອາການ ແລະ ແຈ້ງສະຖານທີ່ທີ່ທ່ານກຳລັງຢູ່ໃນປັດຈຸບັນໃຫ້ຊັດເຈນ ແລະ ຄວນດື່ມນໍ້າລ້າເຂົ້າໄປຫຼາຍໆ ເພາະມັນຈະຊ່ວຍໃຫ້ລິດຢາຈາງລົງໄປໄດ້.
ຮຽບຮຽງ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: noozup.me