ລາວເປັນປະເທດທີ່ເສດຖະກິດຂະຫຍາຍໂຕອັນດັບ 7 ຂອງໂລກ ແລະ ອັນດັບ 1 ຂອງອາຊຽນ

ທະນາຄານໂລກຈັດອັນດັບໃຫ້ ສປປ ລາວ ເປັນປະເທດທີ່ມີການຂະຫຍາຍຕົວ ທາງດ້ານເສດຖະກິດຕິດອັນດັບ 7 ຂອງໂລກ ແລະຕິດອັນດັບ 1 ຂອງອາຊຽນ ລວມເຖິງເສດຖະກິດເຕີບໂຕຢູ່ທີ່ 7℅ ໃນປີ 2017. ໂດຍທີ່ປະເທດ ເອທິໂອເປຍ ເປັນອັນດັບ 1 ຂອງໂລກ ໃນການຂະຫຍາຍໂຕ ມີ GDP ສູງເຖິງ 8.3 % ເຊິ່ງໃຫຍ່ກວ່າອັນດັບໂລກ.

ໂດຍທະນາຄານໂລກໄດ້ຈັດອັນດັບໃຫ້ປະເທດລາວເປັນອັນດັບທີ 7 ຂອງລາວ GDP 7 % ຕາມດ້ວຍປະເທດ ກຳປູ ເຈຍ, ມຽນມາ ແລະຟິລິບປິນ ທີ່ມີເສດຖະກິດຂະຫຍາຍໂຕເທົ່າກັນ 6,9 % ເທົ່າກັນ. ເຊິ່ງ ສປປ ລາວ ຖືກຈັບຕາເບິ່ງສັກກາຍະພາບຢ່າງໂດດເດັ່ນເມື່ອທະນາຄານໂລກຄາດເດົາວ່າເສດຖະກິດຂອງປະເທດລາວຈະຂະຫຍາຍໂຕ 7 % ຕິດຕໍ່ກັນຍາວເຖິງ 3 ປິ. ເຊິ່ງເສດຖະກິດຂອງລາວຂະຫຍາຍໂຕອັນດັບໜຶ່ງຂອງອາຊຽນ ເປັນຜົນມາຈາກການລົງ ທຶນພັດທະນາພະລັງງານ ບໍ່ວ່າຈະເປັນການສ້າງເຂື່ອນໄຟຟ້າຈຳນວນຫລາຍເພື່ອສົ່ງຂາຍໃຫ້ປະເທດຕ່າງໆໃນເພື່ອບ້ານ, ການລົງທຶນສ້າງໂຄງການພະລັງງານທາງເລືອກຈາກທຳມະຊາດຈຳນວນບໍ່ໜ້ອຍ, ສິນຄ້າກະເສດ ແລະ ອຸດ ສາຫະກຳການຜະລິດຢ່າງຟື້ນຟູຕໍ່ເນື່ອງເຮັດໃຫ້ຊາວກະສິກອນ ລວມເຖິງຊາວອອກແຮງງານມີລາຍໄດ້ຢ່າງຕໍ່ເນື່ອງ ໃນຂະນະທີ່ລາຄາຂອງສິນຄ້າໃນທ້ອງຕະຫລາດກໍບໍ່ແພງທີ່ສຳຄັນຍັງໃຊ້ປະໂຫຍດຈາກການເຊື່ອມຕໍ່ເສດຖະກິດລະ ຫວ່າງປະເທດ ສົ່ງຜົນດີຕໍ່ຕະຫລາດການທ່ອງທ່ຽວໃນປະເທດພ້ອມ.

ແຫລ່ງຂ່າວ: muan.la