ທ່ານ ມິເກລດິແອຊ-ຄາເນລ ປະທານາທິບໍດີແຫ່ງກຸຍບາໄດ້ຕ້ອນຮັບ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ຊຶ່ງໄດ້ເດີນທາງໄປຍັງນະຄອນຮາວານາຢ່າງເປັນທາງການເມື່ອຕົ້ນເດືອນຜ່ານມາ.
ພາຍໃຕ້ບັນຍາກາດທີ່ສອງປະເທດ “ລາວ-ກຸຍບາ” ເປັນປະເທດເພື່ອນມິດທີ່ມີສາຍພົວພັນແໜ້ນແຟ້ນຄົບຮອບ 45 ປີ. ໂດຍທັງສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາວ່າຈະມຸ່ງໝັ້ນສານຕໍ່ສາຍພົວພັນທາງປະຫວັດສາດ ແລະ ຈະໃຫ້ການຊ່ວຍເຫຼືອຊຶ່ງກັນ ແລະ ກັນຕະຫຼອດໄປ.
ຜູ້ນຳກຸຍບາກໍໄດ້ກ່າວວ່າ: ຕົນເອງເຄີຍເດີນທາງມາທ່ອງທ່ຽວ ສປປ ລາວເມື່ອເດືອນພະຈິກ 2018 ຜ່ານມາຊຶ່ງຖືເປັນອີກໜຶ່ງຄວາມປະທັບໃຈທີ່ຈະບໍ່ມີວັນລືມ, ພ້ອມນີ້ ທັງສອງຝ່າຍກໍໄດ້ສະແດງຄວາມຄິດເຫັນ ແລະ ວິເຄາະປະເດັນອື່ນໆໃນລະດັບພູມີພາກຮ່ວມກັນອີກດ້ວຍ.
ຮຽບຮຽງ: ເພັງສະຫວັນ
ຮູບພາບ: plenglish.com