ລັດຖະບານພວມເລັ່ງຊົດເຊີຍຄ່າເສຍຫາຍໃຫ້ປະຊາຊົນທີ່ຖືກໂຄງການທາງລົດໄຟ ລາວ-ຈີນ

ປັດ​ຈຸ​ບັນ ລັດ​ຖະ​ບານ ສ​ປ​ປ ລາວ ພວມ​ເລັ່ງ​ຊົດ​ເຊີຍ​ຄ່າ​ເສຍ​ຫາຍ​ໃຫ້​ແກ່​ປະ​ຊາ​ຊົນ​ທີ່​ຖືກ​ໂຄງ​ການ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ ເພື່ອ​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປ​ະ​ຊາ​ຊົນ​ນັບ​ມື້​ນັບ​ດີ​ຂຶ້ນ.

ທ່​ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີແຫ່ງ ສ​ປ​ປ ລາວ ໄດ້​ປະ​ກອບ​ຄຳ​ຄິດ​ເຫັນ ແລະ ຕອບ​ຂໍ້ຊັກ​ຖາມ​ໃນ​ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII  ຕໍ່ກັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກການພັດທະນາໂຄງການພັດທະນາທາງລົດໄຟ ລາວ-ຈີນ ໂດຍສະເພາະປະຊາຊົນທີ່ສູນເສຍເນື້ອທີ່ດິນນາ ຊຶ່ງບໍ່ທັນໄດ້ຮັບການຊົດເຊີຍ ແລະ ບໍ່ມີເຂົ້າກິນໃນປັດຈຸບັນ ຈະມີມາດຕະການໃນການຈັດສັນງົບປະມານແນວໃດເພື່ອແກ້ໄຂບັນຫາດັ່ງກ່າວ.

ລັດຖະບານຖືວຽກງານການຊົດເຊີຍປະຊາຊົນທີ່ຖືກຜົນກະທົບຈາກໂຄງການພັດທະນາເປັນວຽກບຸລະມະສິດ ຕ້ອງໄດ້ເຮັດ ແລະ ບໍ່ເຮັດບໍ່ໄດ້ ສຳລັບການຊົດເຊີຍປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຍິ່ງຖືເປັນວຽກທີ່ເລັ່ງດ່ວນ ເພາະໂຄງການມີກຳນົດເວລາຈະແຈ້ງທີ່ຈະຕ້ອງກໍ່ສ້າງໃຫ້ສຳເລັດ.

ຍ້ອນເຫັນເຖິງຄວາມທ້າທາຍໃນການຊົດເຊີຍປະຊາຊົນທີ່ໄດ້ຮັບຜົນກະທົບ ລັດຖະບານຈຶ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບທີ່ມີຜູ້ຕາງໜ້າຈາກພາກສ່ວນຕ່າງໆຢ່າງກ້ວາງຂວາງ ໃນນັ້ນ ນອກຈາກຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຂອງລັດຖະບານແລ້ວ ຍັງມີຜູ້ຕາງໜ້າຈາກອົງການແນວລາວສ້າງຊາດ ອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນເຂົ້າຮ່ວມເພື່ອຕິດຕາມ ກວດກາ ແລະ ປະ ເມີນການຊົດເຊີຍຜົນກະທົບຈາກໂຄງການລົດໄຟ ລາວ-ຈີນ ໃຫ້ມີຄວາມໂປ່ງໃສ ແລະ ເປັນໄປດ້ວຍຄວາມຍຸຕິທຳ.

ຕາມການໄລ່ລຽງຂອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ງົບປະມານຈະໃຊ້ຊົດເຊີຍປະຊາຊົນແມ່ນ 2.106,75 ຕື້ກີບ ແລະ ທັງໝົດນີ້ຕົກເປັນພາລະຂອງລັດຖະບານໃນຖານະເປັນຄູ່ຮ່ວມທຶນ ແລະ ມີພັນທະສະໜອງທີ່ດິນເພື່ອພັດທະນາໂຄງການ ຍ້ອນແນວນັ້ນ ລັດຖະບານຈຶ່ງໄດ້ຈັດສັນງົບປະມານ ໃນປີ 2019 ຈຳນວນ 250 ຕື້ກີບ ເພື່ອສົມທົບໃນການຊົດເຊີຍ ຊຶ່ງງົບປະມານຈໍານວນດັ່ງກ່າວກໍາລັງຈັດຕັ້ງປະຕິບັດ ນອກຈາກນີ້ ລັດຖະບານກໍກໍາລັງຄົ້ນຄວ້າຊອກຫາແຫຼ່ງທຶນຈາກແຫຼ່ງອື່ນເພື່ອມາປະກອບຕື່ມ.

ຕາມແຜນຊົດເຊີຍການເບີກຈ່າຍຄ່າຊົດເຊີຍແມ່ນມີ 7 ງວດ ໃນນັ້ນ ໄດ້ສຳເລັດການເບີກຈ່າຍໃນງວດທີ 1 ຫາງວດທີ 4 (ໂອນແລ້ວ 100%) ສ່ວນງວດທີ 5.1 ແມ່ນໄດ້ໂອນເງິນຊົດເຊີຍໃຫ້ແລ້ວຈໍານວນ 9 ຕື້ກວ່າກີບໃຫ້ແຂວງຫຼວງນ້ຳທາ ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ.

ສ່ວນບັນຫາໂຄງການຖືກເນື້ອທີ່ນາຂອງປະຊາຊົນເຮັດໃຫ້ປະຊາຊົນໄດ້ຮັບຜົນກະທົບບໍ່ມີເຂົ້າກິນຢູ່ແຂວງອຸດົມໄຊແມ່ນໄດ້ມີທິດຊີ້ນຳໃຫ້ແຂວງນໍາໃຊ້ງົບປະມານຂອງແຂວງຈ່າຍໃຫ້ປະຊາຊົນກ່ອນແລ້ວ ຈາກນັ້ນ ໂຄງການຈະນໍາໃຊ້ງົບປະມານຮ່ວງ 250 ຕື້ກີບທີ່ລັດ ຖະບານອະນຸມັດໃນປີ 2019 ທົດແທນຄືນ.

ລັດຖະບານໄດ້ຊີ້ນຳຂະແໜງການ ແລະ ທ້ອງຖິ່ນທີ່ມີທາງລົດໄຟຜ່ານຢ່າງໃກ້ຊິດ ແລະ ເປັນປົກກະຕິໃຫ້ເອົາໃຈໃສ່ລົງກວດກາ ແລະ ແກ້ໄຂບັນຫາທີ່ກະທົບຕໍ່ປະຊາຊົນໃຫ້ທັນການ ແລະ ໃຫ້ລາຍງານສະພາບຕໍ່ລັດຖະບານເປັນປົກກະຕິ ດັ່ງນັ້ນ ຖ້າມີກໍລະນີການແກ້ ໄຂບັນຫາຂອງພາກສ່ວນທີ່ກ່ຽວຂ້ອງຍັງຊັກຊາ ບໍ່ເປັນທຳ ຫຼື ບໍ່ໂປ່ງໃສກໍສະເໜີໃຫ້ສະມາຊິກສະພາເປັນຫູເປັນຕາ ເກັບກຳຂໍ້ມູນໃຫ້ລະອຽດ-ຊັດເຈນ ແລ້ວແຈ້ງໃຫ້ລັດຖະບານຊາບເພື່ອຈະໄດ້ຊີ້ນຳການແກ້ໄຂໃຫ້ທັນການ.

 

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ