spot_img
Homeຂ່າວທ້ອງຖິ່ນລັດກຳນົດມາດຕະຖານກ່ຽວກັບການລ້ຽງສັດໃຫຍ່ ກ່ອນສົ່ງອອກໄປ ສປ ຈີນ

ລັດກຳນົດມາດຕະຖານກ່ຽວກັບການລ້ຽງສັດໃຫຍ່ ກ່ອນສົ່ງອອກໄປ ສປ ຈີນ

Published on

ສປປ ລາວ ແລະ ສປ ຈີນ ໄດ້ມີຂໍ້ຕົກລົງໃນການຄ້າຂາຍສັດໃຫຍ່ຈໍານວນຫຼາຍ ພ້ອມມີການຕົກລົງເຫັນດີກ່ຽວກັບເງື່ອນໄຂດ້ານສຸຂະນາໄມໃນການກັກກັນ ແລະ ກວດກາສຸຂະພາບສັດໃຫຍ່ກ່ອນທີ່ຈະສົ່ງອອກຈາກ ສປປ ລາວ, ເຊິ່ງມັນໄດ້ສ້າງຄວາມສົນໃຈໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ກໍ່ຄື ພາກເອກະຊົນ ແລະ ນັກລົງທຶນທັງຫຼາຍ.

ກົມລ້ຽງສັດ ແລະ ການປະມົງ ຈຶ່ງໄດ້ອອກຄໍາແນະນໍາ ກ່ຽວກັບມາດຕະຖານສັດໃຫຍ່ ແລະ ມາດຕະຖານຟາມລ້ຽງສັດໃຫຍ່ ທີ່ຈະສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນດັ່ງຕໍ່ໄປນີ້:

  1. ການລ້ຽງສັດໃຫຍ່ ທີ່ຈະສົ່ງອອກໄປ ສປ ຈີນ ແມ່ນໝາຍເຖິງ ສັດໃຫຍ່ທີ່ອາດເປັນສາຍພັນພື້ນເມືອງ, ສາຍພັນປັບປຸງ ຫລື ສາຍພັນປະສົມ ເຊິ່ງມີນໍ້າໜັກຫລາຍກ່ວາ 350 ກິໂລກຣາມ ແລະ ອາຍຸບໍ່ເກີນ 4 ປີ.
  2. ຕ້ອງມີຖິ່ນກໍາເນີດຢູ່ ສປປ ລາວ ຫຼື ສັດທີ່ນໍາເຂົ້າແຕ່ຕ້ອງຖືກລ້ຽງຢູ່ ປະເທດລາວ ຢ່າງໜ້ອຍ 150 ວັນ.
  3. ສໍາລັບສະຖານທີ່ລ້ຽງ ແມ່ນຕ້ອງເປັນຟາມ ທີ່ໄດ້ຈົດທະບຽນຢູ່ ສປປ ລາວ ຢ່າງຖືກກົດໝາຍ ແລະ ອີງຕາມເອກະສານ ເລກທີ 0209/ກປ, ລົງວັນທີ 06 ກຸມພາ 2013;
  4. ສະຖານທີ່ລ້ຽງສັດໃຫຍ່ ໃນການກະກຽມ ກ່ອນການສົ່ງອອກໄປຈີນ ແມ່ນຢ່າງໜ້ອຍບໍ່ໃຫ້ມີປະຫວັດກວດພົບເຊື້ອພະຍາດພາຍໃນ 6 ເດືອນ ໂດຍການຢັ້ງຢືນ ຈາກສູນວິໄຈພະຍາດສັດ ເຊັ່ນ: ໂລກຜິວໜັງ, ໂລກປອດອັກເສບ ແລະ ວັນນະໂລກ.
  5. ກ່ອນການຂົນສົ່ງ ຕ້ອງໄດ້ນໍາໄປລ້ຽງ ຢູ່ເຂດທ້ອນໂຮມສັດໃຫຍ່ ທີ່ຢູ່ນອກເຂດປອດພະຍາດ ປາກເປື່ອຍລົງເລັບຢ່າງໜ້ອຍ 45 ວັນ ແລະ ຕ້ອງຜ່ານການກັກກັນຢູ່ສະຖານທີ່ກັກກັນສັດ ບ້ານ ນາຄໍາ, ເມືອງ ສິງ ແຂວງ ຫລວງນໍ້າທາ ຢ່າງໜ້ອຍ 30 ວັນ.

ສຳລັບມາດຕະຖານ ຟາມລ້ຽງສັດໃຫຍ່ ເພື່ອສົ່ງອອກ ສປ ຈີນ ຕ້ອງໄດ້ຮັບການອະນຸຍາດ ຈາກການປົກຄອງທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ ໂດຍຕ້ອງຕັ້ງຢູ່ສະຖານທີ່ເໝາະສົມ, ບໍ່ມີນໍ້າຖ້ວມຂັງ, ຢູ່ຫ່າງໄກຈາກຊຸມຊົນ, ຫ່າງໄກຈາກເຂດພະຍາດປາກເປື່ອຍລົງເລັບ, ໂຮງຂ້າສັດ ແລະ ບໍ່ສ້າງຜົນກະທົບໃດໆ ຕໍ່ຊີວິດການເປັນຢູ່ ຂອງຄົນ ທ້ອງຖີ່ນນັ້ນໆ ເຊັ່ນ: ສານປົນເປື້ອນ ແລະ ນໍ້າເສຍ.

ນອກຈາກນີ້, ພື້ນທີ່ ແລະ ສະພາບແວດລ້ອມ ຕ້ອງອໍານວຍຄວາມສະດວກຢ່າງຊັດເຈນ ແລະ ເໝາະສົມ ເຊັ່ນ: ມີທົ່ງຫຍ້າ, ໂຮງເຮືອນ, ຄອກສັດ, ສາງເກັບຮັກສາອາຫານສັດ ແລະ ມີຮົ້ວກັ້ນອ້ອມຮອບ ເພື່ອຄວາມປອດໄພຮອບດ້ານ. ພ້ອມນີ້, ພື້ນໂຮງເຮືອນຄວນເປັນພື້ນຊີມັງ, ລາດອຽງ, ບໍ່ໝື່ນ ສາມາດທໍາຄວາມສະອາດ ແລະ ຂ້າເຊື້ອໄດ້ຢ່າງສະດວກ ແລະ ມີລະບົບລະບາຍນໍ້າທີ່ດີ. ໂຮງເຮືອນສໍາລັບທອມສັດໃຫຍ່ອາດເປັນຄອກດ່ຽວ ຫຼື ຄອກລວມ ແລ້ວແບ່ງເປັນຊັດສ່ວນ ຢ່າງເໝາະສົມກັບລຸ້ນ, ຂະໜາດ ແລະ ຈໍານວນສັດທີ່ລ້ຽງ.

 

ຮຽບຮຽງຂ່າວ:​ ພຸດສະດີ
ແຫຼ່ງຂໍ້ມູນ: ສູນຂໍ້ມູນຂ່າວສານທາງການຄ້າແຫ່ງ ສປປ ລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...