spot_img
Homeຂ່າວພາຍ​ໃນມູນຄ່ານໍາເຂົ້າ - ສົ່ງອອກຂອງລາວເດືອນແລ້ວບັນລຸ 880 ລ້ານໂດລາສະຫະລັດ

ມູນຄ່ານໍາເຂົ້າ – ສົ່ງອອກຂອງລາວເດືອນແລ້ວບັນລຸ 880 ລ້ານໂດລາສະຫະລັດ

Published on

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ສິງຫາ 2021 ບັນລຸໄດ້ປະມານ 880 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 428 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 452 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 24 ລ້ານໂດລາສະຫາລັດ ເຊິ່ງມູນຄ່າການນໍາເຂົ້າ ແລະ ສົ່ງອອກດັ່ງກ່າວ ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.

ສິນຄ້າສົ່ງອອກຫຼັກປະກອບມີ: ແຮ່ຄຳ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ຄຳປະສົມ (ຄຳແທ່ງ), ເຄື່ອງນຸ່ງຫົ່ມ, ກາເຟ (ບໍ່ທັນໄດ້ປຸງແຕ່ງ), ນ້ຳຕານ, ຢາງພາລາ ແລະ ໝາກໄມ້ (ໝາກໂມ, ໝາກນອດ, ໝາກຂາມ…) ແລະ ຢາສູບ. ສ່ວນໝວດສິນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ນ້ຳມັນແອັດຊັງ, ແອັດຊັງພິເສດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ, ແກ້ວປະເສີດ ຫຼື ເຄິ່ງປະເສີດ, ຜະລິດຕະພັນທາງເຄມີ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ.

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ລວມມີ: ຈີນ 184 ລ້ານໂດລາສະຫະລັດ, ຫວຽດນາມ 90 ລ້ານໂດລາສະຫະລັດ, ໄທ 49 ລ້ານໂດລາສະຫະລັດ, ເຢຍລະມັນ 7 ລ້ານໂດລາສະຫະລັດ ແລະ ສ. ອາເມລິກາ 7 ລ້ານໂດລາສະຫະລັດ, ແລະ ປະເທດນໍາເຂົ້າຫຼັກ ໄດ້ແກ່: ໄທ 249 ລ້ານໂດລາສະຫະລັດ, ຈີນ 100 ລ້ານໂດລາສະຫະລັດ, ຫວຽດນາມ 46 ລ້ານໂດລາສະຫະລັດ, ຢີ່ປຸ່ນ 5 ລ້ານໂດລາສະຫະລັດ ແລະ ສ. ອາເມລິກາ 22 ລ້ານໂດລາສະຫະລັດ.

ຂໍ້ມູນຈາກ: ສູນຂໍ້ມູນຂ່າວສານທາງການຄ້າຂອງ ສປປ ລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...