ມຊ ແຈ້ງຫ້າມນຸ່ງຊຸດນັກສຶກສາ “ໂລໂກ້ກາ ມຊ” ໄປເສີບອາຫານ ຫຼື ບໍລິການຕາມສະຖານທີ່ຕ່າງໆ

ອີງຕາມໜັງສືແຈ້ງການຈາກທາງມະຫາວິທະຍາໄລແຫ່ງຊາດ,​ ສະບັບເລກທີ 562/ມຊ, ລົງວັນທີ 21 ກຸມພາ 2019 ວ່າດ້ວຍການແຈ້ງໃຫ້ນັກສຶກສາ (ນັກຮຽນ ມຊ) ຫ້າມໃສ່ຊຸດນັກສຶກສາໄປເສີບອາຫານ ຫຼື ບໍລິການຢູ່ຕາມສະຖານທີ່ຕ່າງໆ.

ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ອອກແຈ້ງການສະບັບນີ້ມາຍັງທ່ານຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ອຳນວຍການສະຖາບັນ, ສູນ, ຫໍສະໝຸດກາງ, ໂຮງໝໍ ແລະ ໂຮງຮຽນພອນສະຫວັນຊົນເຜົ່າ ແລະ ກຽມມະຫາວິທະຍາໄລຊາບວ່າ: ເພື່ອເຮັດໃຫ້ການຄຸ້ມຄອງນັກຮຽນ-ນັກສຶກສາມະຫາວິທະຍາໄລແຫ່ງຊາດຂອງພວກເຮົາ ບໍ່ໃຫ້ມີຫາງສຽງຂອງສັງຄົມພາຍນອກ ແມ່ນໃຫ້ທຸກໆພາກສ່ວນທີ່ກ່ຽວຂ້ອງກັບມະຫາວິທະຍາໄລແຫ່ງຊາດ ແຈ້ງໃຫ້ນັກຮຽນ-ນັກສຶກສາຂອງຕົນຮັບຮູ້ຫ້າມບໍ່ໃຫ້ນັກຮຽນ-ນັກສຶກສານຸ່ງເສື້ອຂາວທີ່ມີໂລໂກ້ກາ ມຊ ໄປເສີບອາຫານ ຫຼື ບໍລິການຕາມສະຖານທີ່ຕ່າງໆເຊັ່ນ: ງານດອງຕາມໂຮງແຮມ, ພັດຕະຄານ ແລະ ງານຕ່າງໆ ເດັດຂາດ ເພາະມັນເປັນພາບພົດທີ່ບໍ່ດີ ຕໍ່ກັບສະຖາບັນການສຶກສາຂອງພວກເຮົາ.​

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ມະຫາວິທະຍາໄລແຫ່ງຊາດ