ຟັງຜ່ານສາຍ ຮັບດ້ວຍໃຈ

ຄວາມກ້າວໜ້າ ແລະ ທັນສະໄໝຂອງເຕັກໂນໂລຢີໃນປະຈຸບັນໄດ້ເຮັດໃຫ້ຄວາມຕ້ອງການໃນການຕອບສະໜອງ ດ້ານການບໍລິການຂອງຜູ້ຄົນຕ້ອງມີຄວາມວ່ອງໄວຍິ່ງຂື້ນ, ການເຂົ້າເຖິງຂໍ້ມູນຜະລິດຕະພັນບໍລິການໃຫ້ມີຄວາມ ສະດວກສະບາຍຫຼາຍຂຶ້ນ  ເຊິ່ງສາຍການບິນລາວກໍ່ໄດ້ເອົາໃຈໃສ່ໃນການພັດທະນາສັກກະຍະພາບດ້ານການບໍລິການຂອງຕົນເອງຢູ່ຕະຫຼອດ. ວຽກງານການບໍລິການລູກຄ້າເປັນວຽກທີ່ມີຄວາມຮັບຜິດຊອບຫຼາຍຢ່າງ ເຊິ່ງລວມເຖິງການບໍລິການລູກຄ້າທີ່ເຂົ້າມາໃຊ້ບໍລິການທີ່ຫ້ອງຂາຍປີ້, ຮັບໂທລະສັບ , ຕອບອີເມວ ແລະ ການຈອງປີ້ເຮືອບິນຈາກທົ່ວທຸກມຸມໂລກ.

ການເພີ່ມຂື້ນຂອງຜູ້ໂດຍສານ ໄດ້ເຮັດໃຫ້ຈໍານວນຍອດຂາຍປີ້ເຮືອບິນນັບມື້ນັບເພີ່ມຂື້ນ, ໂທລະສັບພຽງສອງສາມໝາຍເລກຈຶ່ງບໍ່ສາມາດທີ່ຈະຕອບຮັບສາຍທຸກສາຍໄດ້ທັນທ່ວງທີ.

“ເພື່ອຕອບສະໜອງການບໍລິການໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະໄໝ, ກ້ວາງໄກ ແລະ ຮອງຮັບຈໍານວນລູກຄ້າທີ່ເພີ່ມຂື້ນຕໍ່ເນື່ອງ, ທາງພະແນກການຄ້າ-ການຕະຫຼາດ ຈຶ່ງເຫັນຄວາມສໍາຄັນ ແລະ ຖືເປັນເວລາເໝາະສົມທີ່ຈະສ້າງສູນບໍລິການສາຍດ່ວນຂື້ນ ແລະ ແນໃສ່ການຫັນເປັນສູນບໍລິການຮອບດ້ານ” ກ່າວໂດຍ ທ່ານ ຂຸນພົນ ພິລາກອນ, ຮອງຜູ້ຈັດການພະແນກການຄ້າ ແລະ ການຕະຫຼາດ.

ພຽງແຕ່ສາມເດືອນທຳອິດໃນການສ້າງຕັ້ງສູນບໍລິການສາຍດ່ວນ, ມີສາຍໂທເຂົ້າຈາກລູກຄ້າສະເຫຼ່ຍເຖິງ 300 ສາຍຕໍ່ວັນ. ທ່ານ ຂຸນພົນ ກ່າວວ່າ: “ພວກເຮົາມີພະນັກງານບໍລິການສາຍດ່ວນທີ່ເຮັດວຽກເຕັມເວລາຈໍານວນ 8 ຄົນ, ເຊິ່ງສາມາດຕອບຮັບສາຍຈາກທົ່ວທຸກແຂວງໃນປະເທດລາວ ແລະ ທົ່ວທຸກປະເທດໃນໂລກ”.

ລູກຄ້າສ່ວນຫຼາຍມີຄວາມສົນໃຈໂທເຂົ້າມາສອບຖາມເລື່ອງລາຄາປີ້ເຮືອບິນ, ຂໍ້ມູນກ່ຽວກັບເສັ້ນທາງການບິນ, ຕາຕະລາງການບິນຂອງເຮືອບິນ, ລະບຽບການເດີນທາງ, ແຈ້ງບັນຫາ ແລະ ຄໍາຕໍານິຕິຊົມຕ່າງໆ  ຄຽງຄູ່ກັບການໃຫ້ຂໍ້ມູນຂ່າວສານ. ສູນບໍລິການສາຍດ່ວນຍັງສາມາດໃຫ້ບໍລິການຈອງບ່ອນ, ຊື້ປີ້ເຮືອບິນ ສ້າງຄວາມສະດວກສະບາຍຍິ່ງຂຶ້ນ, ລູກຄ້າສາມາດຊໍາລະຄ່າປີ້ເຮືອບິນຜ່ານບັດເຄຣດິດ ຫຼື ຈ່າຍຜ່ານແອັບພລິເຄຊັ້ນໃນມືຖື: BCEL One ເຊິ່ງເປັນການເຮັດທຸລະກຳຜ່ານທາງອີເລັກໂທຣນິກ.

“ພວກເຮົາມີຄວາມມຸ່ງໝັ້ນທີ່ຈະພັດທະນາດ້ານການບໍລິການຂໍ້ມູນຂ່າວສານໃຫ້ດີຍິ່ງຂຶ້ນ ແລະ ໃນອະນາຄົດອັນໃກ້ນີ້ ພວກເຮົາຫວັງວ່າຈະສາມາດໃຫ້ການບໍລິການໄດ້ ຕະຫລອດ 24ຊົ່ວໂມງ(ທຸກວັນ) ແລະ ສາມາດໃຫ້ການບໍລິການແບບ Live Chat ຫຼື ການສົນທະນາແບບສົດໆ ລະຫວ່າງລູກຄ້າ ແລະ ພະນັກງານການບິນລາວ ຢູ່ເທິງເວັບໄຊ້ ແລະ ແອັບພລິເຄຊັ່ນເທິງມືຖືຂອງການບິນລາວ”.

“ພວກເຮົາວາງແຜນທີ່ຈະໃຫ້ບໍລິການຕອບຮັບໃນຫຼາຍໆພາສາ ເປັນຕົ້ນແມ່ນພາສາຈີນ, ເກົາຫຼີ ແລະ ພາສາອື່ນໆທີ່ທາງການບິນລາວໄດ້ບິນໄປຮອດ”.

 

 

 

ບົດຄວາມອ້າງອີງຈາກ ວາລະສານຈຳປາເມືອງລາວ