ພົບເຫັນລະເບີດບໍ່ທັນແຕກ 2 ລູກ ໃນຂະນະສ້ອມແປງຂົວນໍ້າເຊືອງຢູ່ຫຼວງພະບາງ

0
4775

ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງພະບາງ ຈະທົດລອງເປີດນຳໃຊ້ຂົວນໍ້າເຊືອງຊົ່ວຄາວ ໃນວັນທີ 5 ຕຸລາ 2018 ນີ້ ໂດຍບໍ່ອະນຸຍາດໃຫ້ລົດບັນທຸກໜັກເກີນ 5 ໂຕນ ແລ່ນຜ່ານ ຈົນກວ່າຈະມີການປະເມີນຮອງຮັບນໍ້າໜັກຕົວຈິງ. ປັດຈຸບັນສຳເລັດແລ້ວ 90 ກວ່າເປີເຊັນ. ແຕ່ຫຼ້າສຸດ ວິສະວະກອນກໍ່ສ້າງໄດ້ພົບເຫັນລະເບີດສອງລູກໃນຂະນະທີ່ສ້ອມແປງຂົວນໍ້າເຊືອງ!

ທ່ານ ບຸນຄົງ ສຸກສະຫວັດ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງພະບາງ ໄດ້ໃຫ້ການສຳພາດວ່າ: ”ພາຍຫຼັງສົ້ນຂົວນໍ້າເຊືອງ ບ້ານວຽງສະຫວັນ ນະຄອນຫຼວງພະບາງ ໄດ້ມີການຍຸບຕົວລົງໃນວັນທີ 4 ກັນຍາ ແລະ ໄດ້ປິດການສັນຈອນຊົ່ວຄາວ ເພື່ອສ້ອມແປງນັບແຕ່ກາງເດືອນເປັນຕົ້ນມາ. ລັດວິສາຫະກິດວິສະວະກຳຄົມມະນາຄົມ (ກະຊວງ ໂຍທາທິການ ແລະ ຂົນສົ່ງ) ໄດ້ລົງມື້ກໍ່ສ້າງ ແລະ ຍົກລະດັບສົ້ນຂົວດັ່ງກ່າວ ເຫັນວ່າມີຄວາມຄືບໜ້າເປັນກ້າວໆ. ປັດຈຸບັນສຳເລັດແລ້ວ 90 ກວ່າເປີເຊັນ, ຄາດວ່າຈະມີແຜນເປີດທົດລອງນຳໃຊ້ໃນຕອນບ່າຍວັນທີ 5 ຕຸລາ 2018 ທີ່ຈະມາເຖິງນີ້“. ເວລາດຽວກັນ ທ່ານໄດ້ກ່າວອີກຕື່ມວ່າ: ”ການເປີດນຳໃຊ້ຄັ້ງນີ້ ຈະອະນຸຍາດໃຫ້ພຽງແຕ່ລົດທຸກຊະນິດທີ່ມີນໍ້າໜັກບໍ່ເກີນ 5 ໂຕນແລ່ນຜ່ານ ຖ້າຫາກບໍ່ມີບັນຫາຫຍັງອາດຈະອອກແຈ້ງການໃຫ້ລົດບັນທຸກຕ່າງໆ ທີ່ມີນໍ້າໜັກເກີນກວ່າ 5 ໂຕນ ແລ່ນຜ່ານໄດ້. ຂະນະທີ່ນີ້ເຮືອບັກທີ່ໃຊ້ໃນການຂົນສົ່ງໃນໄລຍະຜ່ານມາຍັງສືບຕໍ່ໃຊ້ງານປົກກະຕິ”.

ໃນຂະນະທີ່ພາກສ່ວນທີ່ກ່ຽວຂ້ອງກໍາລັງສ້ອມແປງຂົວ ໄດ້ພົບກັບເຫດການບໍ່ຄາດຄິດ ພົບເຫັນລະເບີດທີ່ບໍ່ທັນແຕກຝັງໃນດິນຢູ່ສອງລູກ ເຊິ່ງທັນທີທີ່ເຫັນ ທາງເຈົ້າໜ້າທີ່ຂະແໜງໂຍທາທິການໄດ້ໃຫ້ໜ່ວຍກູ້ລະເບີດເອົາອອກໃຫ້ ແລະ ອີກລູກໜຶ່ງພາກັນເອົາອອກເອງ. ປັດຈຸບັນສະຖານທີ່ດັ່ງກ່າວປອດໄພດີ ແລະ ເຈົ້າໜ້າທີ່ໄດ້ສືບຕໍ່ສ້ອມແປງ ເຊິ່ງຄາດວ່າທຸກຢ່າງເປັນໄປຕາມແຜນທີ່ກຳນົດໄວ້ວ່າ.

 

ຮຽງຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ການຄ້າ, ພະແນກຄຸ້ມຄອງທາງບົກ ແຂວງຫຼວງພະບາງ

ຮູບພາບຈາກ: Laos Update