ວັດທະນະທຳ, ຄວາມຄິດ, ຄວາມເຊື່ອ ແລະ ຮູບແບບການດຳລົງຊີວິດຂອງຄົນທາງທະວີບອາຊີກັບຄົນທາງຝັ່ງເອີຣົບຈະມີຄວາມແຕກຕ່າງກັນຄ່ອນຂ້າງຫຼາຍ ແລະ ເມື່ອເວົ້າເຖິງພຶດຕິກຳຂອງຄົນລາວທີ່ມີຄວາມຕິດພັນກັບວັດທະນະທຳ ແລະ ດ້ວຍນິໃສທີ່ບໍ່ມັກຄວາມວຸ້ນວາຍ ແຕ່ກໍ່ບໍ່ມັກໃຫ້ໃຜມາເອົາປຽບ ຫຼື ດູໝິ່ນກຽດສັກສີ ດັ່ງນັນ, ບາງເຫດການອາດເປັນເລື່ອງປົກກະຕິຂອງຊາວຕ່າງຊາດ ແຕ່ສຳລັບຄົນລາວແລ້ວມັນອາດເປັນເລື່ອງທີ່ກະທົບຈິດໃຈຫຼາຍ.
ເລື່ອງທີ່ເຮັດໃຫ້ຄົນລາວຜິດໃຈ ຫຼື ຜິດຕໍ່ວັດທະນະທຳລາວ ແຕ່ອາດເປັນເລື່ອງທຳມະດາຢູ່ປະເທດອື່ນມີຄື:
- ນັກຂ່າວບໍ່ສາມາດຖາມຄຳຖາມແຮງໆ ຫຼື ບໍ່ສາມາດຕາມສືບຂ່າວແບບສາຍລັບ ແລະ ໄປເຝົ້າເອົາໄມຈໍປາກຖາມຄຳຖາມໄດ້ຄືກັບປະເທດອື່ນ ແຕ່ໃນຕ່າງປະເທດເລື່ອງແບບນີ້ມັນເລື່ອງທຳມະດາຂອງນັກຂ່າວ.
- ການແຕ່ງຕົວໂປ້ ຫຼື ຖ່າຍຮູບທ່າທາງບໍ່ເໝາະສົມຢູ່ໃນວັດ ແລະ ສະຖານທີ່ສຳຄັນຕ່າງໆຂອງປະເທດແມ່ນບໍ່ສາມາດເຮັດໄດ້ ແຕ່ສຳລັບປະເທດອື່ນ (ບາງປະເທດ) ມັນເປັນເລື່ອງທຳມະດາ.
- ກໍລະນີທີ່ຫາກໍ່ເກີດມໍ່ໆນີ້ຄືການວາງຂັນລາງວັນລົງພື້ນໃຫ້ກັບນັກກີລາລາວ ພຶດຕິກຳນີ້ກໍ່ບໍ່ເໝາະສົມສຳລັບຄົນລາວ ແຕ່ສຳລັບຄົນຕ່າງຊາດ (ບາງປະເທດ) ອາດເປັນເລື່ອງທຳມະດາ.
- ການບີບແກໃນເວລາຂັບລົດ ທີ່ຕ່າງປະເທດຖືເປັນເລື່ອງປົກກະຕິ ແຕ່ສຳລັບປະເທດລາວນັ້ນ ມີພຽງຄົນກຸ່ມຄົນຈຳນວນໜ້ອຍເທົ່ານັ້ນທີ່ສາມາດຮັບເລື່ອງການບີບແກລົດໃສ່ໄດ້.
- ການວິພາກວິຈານຜົນງານຂອງຄົນລາວ ຫຼື ການປຽບທຽບຄວາມງາມຂອງຄົນລາວກັບຄົນຕ່າງຊາດໃນຮູບແບບວິຈານຖ້າຄົນລາວເວົ້າໃຫ້ກັນເອງແມ່ນຈະບໍ່ມີບັນຫາ ແຕ່ຖ້າຄົນຕ່າງປະເທດເວົ້າໃຫ້ຄົນລາວແມ່ນຈະເປັນເລື່ອງໃຫຍ່.
- ການເວົ້າດູຖູກເງິນລາວ ຫຼື ສະແດງພຶດຕິກຳບໍ່ເໝາະສົມເຊັ່ນ: ການຢຽບເງິນກີບແມ່ນເລື່ອງທີ່ຜິດໃຈຄົນລາວແຮງ ແຕ່ຕ່າງປະເທດອາດເປັນເລື່ອງທຳມະດາ.
- ການສະແດງໜັງ ຫຼື MVເພງທີ່ມີການແຕ່ງຕົວໂປ້ໂຊເນື້ອໜັງຫຼາຍເກີນໄປ ແລະ ມີສາກເລີບຊີນ ຫຼື ເນື້ອເພງທີ່ມີລັກສະນະລາມົກ, ແມ່ນຜິດວັດທະນະທຳ ແຕ່ໃນຕ່າງປະເທດເປັນເລື່ອງທຳມະດາ.
- ການເອົາຮູບພາບ ຫຼື ວິດີໂອຂອງສະຖານທີ່ສຳຄັນທາງປະຫວັດສາໄປຕັດຕໍ່ ຫຼື ສະແດງໜັງແບບໂລດໂຜນແອັກຊັ່ນປີນໃຕ່ ຫຼື ຈູດເຜົາທຳລາຍ, ລະເບີດຖີ້ມຄືໃນໜັງຮໍລີວູດແມ່ນເຮັດບໍ່ໄດ້ ແຕ່ສຳລັບຕ່າງປະເທດແມ່ນເປັນເລື່ອງທຳມະດາ.
- ເວລາກິນເຂົ້າຄົນລາວຈະບໍ່ຂາກຂີ້ກະເຖິງ, ຖົ່ມນໍ້າລາຍ, ເວົ້າແນວເປັນຕາຂີ້ດຽດ ຫຼື ຕົດໃສ່ພາເຂົ້າ.
10 ເລື່ອງທີ່ກ່າວມາຂ້າງເທິງນີ້ມັນເປັນເລື່ອງທີ່ສຳຄັນ ແລະ ມີຜົນຕໍ່ຄວາມຮູ້ສຶກຂອງຄົນລາວບໍ່ຫຼາຍກໍ່ໜ້ອຍ ດັ່ງນັ້ນ, ສຳລັບຄົນທີ່ເພື່ອນ ຫຼື ຄົນຮູ້ຈັກເປັນຊາວຕ່າງກໍ່ຄວນໃຫ້ຂໍ້ມູນພວກເຂົາກ່ຽວກັບເລື່ອງພວກນີ້ ເພື່ອໃຫ້ພວກເຂົາໄດ້ມີຄວາມຮູ້ເລື່ອງສິ່ງທີ່ຄົນລາວມັກກັບສິ່ງທີ່ຄົນລາວບໍ່ມັກ.
ບົດໂດຍ: ພຸດສະດີ