ອົງກອນ The Lancet Countdown ຊຶ່ງຕິດຕາມຄວາມກ້າວໜ້າດ້ານສຸຂະພາບ ແລະ ການປ່ຽແປງຂອງສະພາບພູມີອາກາດໄດ້ເປີດເຜີຍລາຍງານປະຈຳປີວ່າດ້ວຍຜົນກະທົບຂອງການປ່ຽນແປງຂອງສະພາບພູມີອາກາດຕໍ່ສຸຂະພາບຂອງມະນຸດວ່າ: ການປ່ຽນແປງຂອງສະພາບພູມີອາກາດຈະສ້າງຄວາມເສຍຫາຍຕໍ່ສຸຂະພາບຂອງເດັກໄປຕະຫຼອດຊີວິດ, ທັງຈາກການເພີ່ມຂຶ້ນຂອງພະ ຍາດຕິດຕໍ່ຮ້າຍແຮງໄປຈົນເຖິງພາວະຂາດສານອາຫານ ແລະ ອື່ນໆຖ້າຫາກຄົນທົ່ວໂລກຍັງບໍ່ສາມາດຫຼຸດການປ່ອຍແກ໊ສເຮືອນແກ້ວລົງໄດ້.
ລາຍງານສະບັບນີ້ຍັງໄດ້ເຕືອນອີກວ່າ: ຂະນະນີ້ເດັກນ້ອຍທົ່ວໂລກໄດ້ຮັບຜົນກະທົບຈາກມົນລະພິດທາງອາກາດ ແລະ ສະພາບອາ ກາດທີ່ປ່ຽນແປງຕ່າງໆ ແລະ ຄົນລຸ້ນຕໍ່ໄປຈະໄດ້ຮັບຜົນກະທົບໜັກທີ່ສຸດບໍ່ວ່າຈະເປັນພະຍາດທີ່ແຜ່ກະຈາຍທາງອາກາດ, ພາວະຂາດສານອາຫານເນື່ອງຈາກຜົນຜະລິດທາງກະສິກຳຫຼົ້ມແຫຼວ ຫຼື ພາວະຄວາມຄຽດທາງຮ່າງກາຍ ແລະ ຈິດໃຈຈາກບັນຫານໍ້າຖ້ວມ ຫຼື ໄຟປ່າ ແລະ ອື່ນໆ.
ຂະນະທີ່ລາຍານຂອງ The Lancet Countdown ໄດ້ລະບຸວ່າ: ເດືອນສິງຫາຜ່ານມາເປັນເດືອນທີ່ຮ້ອນທີ່ສຸດໃນປະຫວັດສາດ ແລະ ຂະນະນີ້ອຸນຫະພູມຂອງໂລກເພີ່ມຂຶ້ນ 1 ອົງສາບັນຕັ້ງແຕ່ຊ່ວງປະຕິວັດອຸດສາຫະກຳ, ຂະນະທີ່ການປ່ອຍແກ໊ສເຮືອນແກ້ວຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງຄາດວ່າຫາກເປັນແບບນີ້ຕໍ່ໄປອຸນຫະພູມຂອງໂລກກໍຈະເພີ່ມຂຶ້ນເຖິງ 4 ອົງສາພາຍໃນປີ 2100 ແລະ ແນ່ນອນວ່າຈະສົ່ງຜົນຮ້າຍຕໍ່ສຸຂະພາບຂອງມະນຸດຢ່າງຫຼີກລ້ຽງບໍ່ໄດ້.
ສ່ວນປະທານ The Lancet Countdown ໄດ້ເປີດເຜີຍວ່າ: ເດັກນ້ອຍທີ່ເກີດໃໝ່ໃນຍຸກນີ້ມີອາຍຸໄຂສະເລ່ຍ 71 ປີ ຫຼື ຈະມີຊີວິດຢູ່ເທິງໂລກໜ່ວຍນີ້ໄປຈົນເຖິງປີ 2090 ຊຶ່ງໝາຍຄວາມວ່າເດັກເຫຼົ່ານີ້ຈະຕ້ອງຜະເຊີນກັບວັນທີ່ມີສະພາບອາກາດຮ້ອນອົບເອົ້າທີ່ອຸນຫະພູມໂລກເພີ່ມຂຶ້ນເຖິງ 4 ອົງສາ, ລາຍງານສະບັບດຽວກັນໄດ້ຍົກຕົວຢ່າງໃຫ້ເຫັນວ່າ: ໃນຊ່ວງ 30 ປີທີ່ຜ່ານມາພືດພັນທີ່ເປັນອາຫານຫຼັກຂອງໂລກເຊັ່ນ: ເຂົ້າ, ສາລີ, ເຂົ້າສາລີ ແລະ ອື່ນໆລ້ວນມີຜົນຜະລິດທີ່ຫຼຸດລົງ, ສົ່ງຜົນໃຫ້ເດັກເກີດໃໝ່ ແລະ ເດັກນ້ອຍມີຄວາມສ່ຽງທີ່ຈະຂາດສານອາຫານເພີ່ມຂຶ້ນ ຊຶ່ງຈະສົ່ງຜົນກະທົບຕໍ່ການຈະເລີນເຕີບໂຕເຊັ່ນ: ຢຸດການຈະເລີນເຕີບໂຕ, ລະບົບພູມຄຸ້ມກັນອ່ອນແອ ແລະ ບັນຫາດ້ານພັດທະນາການໃນໄລຍະຍາວ ລວມທັງຈະມີເດັກທີ່ໄວຕໍ່ການເກີດເຊື້ອພະຍາດຫຼາຍຂຶ້ນ.
ຮຽບຮຽງ: ເພັງສະຫວັນ
ຮູບພາບ: posttoday