ຜົນການສອບເສັງນັກຮຽນເກັ່ງຊັ້ນມໍ 7 ທົ່ວປະເທດປະຈຳສົກຮຽນປີ 2017-2018

ໃນການສອບເສັງນັກຮຽນເກັ່ງຊັ້ນມໍ 7 ທົ່ວປະເທດປະຈຳສົກຮຽນປີ 2017-2018 ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 24-27 ເມສາ 2018 ທີ່ນະຄອນຫຼວງວຽງຈັນ ເຊິ່ງຜົນການສອບເສັງແຂວງທີ່ໄດ້ຮັບລາງວັນຫຼາຍທີ່ສຸດແມ່ນນັກຮຽນຈາກແຂວງ ຈຳປາສັກ ກັບ ນະຄອນຫຼວງວຽງຈັນ ເຊິ່ງສາມາດຍາດໄດ້ລາງວັນເຖິ 3 ວິຊາ, ສຳລັບລາຍລະອຽດຕ່າງໆມີດັ່ງລຸ່ມນີ້:

  1. ວິຊາ ພາສາລາວ-ວັນນະຄະດີ

ອັນດັບທີ 1 ນາງ ວັນວິໄລ ເພັດສະໄພວັນ ຈາກ ມສ ໂພນໄຊ ນະຄອນປາກເຊ ແຂວງ ຈຳປາສັກ; ອັນດັບທີ 2 ນາງ ຈັນຕຸລາ ພົນວິໃສ ຈາກ ມສ ພອນສະຫວັນຊົນເຜົ່າ ນະຄອນຫຼວງວຽງຈັນ ແລະ ອັນດັບທີ 3 ນາງ ວັນ ສຸດທິດາ ມສ ນະຄອນໄຊ ເມືອງ ຄຳເກີດ ແຂວງ ບໍລິຄຳໄຊ

2. ວິຊາຄະນິດສາດ

ອັນດັບທີ 1 ທ້າວ ຮີຢ່າງ ຈາກ ມສ ໄຊຍະບູລີ ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ; ອັນດັບທີ 2 ທ້າວ ຈັນລີ ມສ ສັນຕິພາບ ແຂວງ ຫຼວງພະບາງ ແລະ ອັນດັບທີ 3 ທ້າວ ເຢັ້ງຊົ່ງ ເນັ່ງທ້ອງ ມສ ວຽງຈັນ ນະຄອນຫຼວງວຽງຈັນ.

3. ວິຊາ ຟີຊິກສາດ

ອັນດັບທີ 1 ທ້າວ ຄຳເກັ່ງ ໜໍຕຣືວື່ ຈາກ ມສ ລ້ອງຊານ ເມືອງ ລ້ອງຊານ ແຂວງ ໄຊສົມບູນ; ອັນດັບທີ 2 ທ້າວ ພູທອນ ໄຊມົນຕີ ຈາກ ມສ ໜອງຜຳ ເມືອງ ຈຳປາສັກ ແຂວງ ຈຳປາສັກ ແລະ ອັນດັບທີ 3 ທ້າວ ເຈເລົ່າ ຕົ່ງລາວລໍ່ ຈາກ ມສ ໂພນສະຫວັນ ເມືອງ ແປກ ແຂວງ ຊຽງຂວາງ.

4. ວິຊາ ເຄມີສາດ

ອັນດັບທີ 1 ທ້າວ ເນັ່ງເຮີ ເຈ່ຍມາ ຈາກ ມສ ພອນສະຫວັນຊົນເຜົ່າ ນະຄອນຫຼວງຽງຈັນ; ອັນດັບທີ 2 ທ້າວ ວັນນະສິດ ລັດຕະນະຄົມ ຈາກ ມສ ປ່ອງຄຳ ນະຄອນຫຼວງພະບາງ ແຂວງ ຫຼວງພະບາງ ແບະ ອັນດັບທີ 3 ທ້າວ ຄານທັນວາ ລິນທະລາດ ມປ ພອນສະຫວັນ ນະຄອນປາກເຊ ແຂວງ ຈຳປາສັກ

 

1 COMMENT

Comments are closed.