ບໍລິສັດເອກກະຊົນຈີນ ໄດ້ຮັບສຳປະທານ ໂຄງການກໍ່ສ້າງທາງ Highway ຢູ່ໃນລາວ

ກະຊວງໂຍທາທິການ ແລະຂົນສົ່ງ ລາຍງານວ່າ ຄະນະລັດຖະບານລາວ ໄດ້ຕົກລົງອະນຸຍາດສຳປະທານ ໂຄງການກໍ່ສ້າງຖະໜົນຫລວງ ຫຼື Highway ທີ່ເຊື່ອມຕໍ່ຈາກນະຄອນວຽງຈັນ ໄປເມືອງວັງວຽງ ແຂວງວຽງຈັນ ໃຫ້ກຸ່ມບໍລິສັດຢຸນໜານ ວິສະວະກຳ
ແລະ ກໍ່ສ້າງຈາກຈີນ ເມື່ອບໍ່ດົນມານີ້ ໂດຍເປັນສ່ວນຫນຶ່ງ ຂອງໂຄງການເຊື່ອມຕໍ່ທາງຫລວງລະຫວ່າງ ລາວ-ຈີນ ທີ່ຢູ່ພາຍໃຕ້ແຜນການຫນຶ່ງແລວທາງ-ຫນຶ່ງເສັ້ນທາງ ຫຼື One Belt-One Road ທີ່ລິເລີ່ມໂດຍທ່ານສີ ຈິ້ນຜິງ ປະທານປະເທດຈີນ.

ໂຄງການກໍ່ສ້າງງທາງຫລວງວຽງຈັນ ຫາ ວັງວຽງ ຈະມີໄລຍະທາງຍາວ 113.5 ກິໂລແມັດ ກວ້າງ 23 ແມັດ ມີ 4 ຊ່ອງທາງຈະລາຈອນແບ່ງເປັນເບື້ອງລະ 2 ຊ່ອງທາງຈະລາຈອນ ທີ່ຄູ່ຂະໜານ ໄປກັບຖະໜົນເລກ 13 ເໜືອ ເລີ່ມຈາກແຍກສີເກີດ ໃນເຂດ
ເມືອງນາຊາຍທອງ ຜ່ານເມືອງໂພນໂຮງ ຫາ ຫິນເຫີບ ຫາບ້ານທ່າເຮືອ ແລະວັງວຽງ ເຊິ່ງຈະໃຫ້ເງິນທຶນໃນມູນຄ່າລວມ 1,300 ລ້ານໂດລາ ທີ່ເປັນການຮ່ວມທຶນ ລະຫວ່າງລັດຖະບານລາວ ກັບກຸ່ມບໍລິສັດຢຸນໜານ ໃນສັດສ່ວນ 5 ເປີເຊັນ ຕໍ່ 95 ເປີເຊັນ ຂອງ
ການລົງທຶນ ໃນຮູບແບບ BOT ກໍຄືບໍລິສັດເປັນຜູ້ລົງທຶນ ແລະເກັບເອົາຜົນປະໂຫຍດຈາກຄ່າທຳນຽມທາງ ແລ້ວຈຶ່ງໂອນໃຫ້ກັບລັດຖະບານລາວ ເມື່ອຄົບກຳນົດ ອາຍຸສຳປະທານ 30 ປີ ໂດຍເລີ່ມແຕ່ປີ 2021 ເປັນຕົ້ນໄປ.

 

ແຫລ່ງຂ່າວ: ວີໂອເອ

1 COMMENT

Comments are closed.