ບິນລັດຟ້າຜ່ອນຄາຍທີ່ເມືອງພັດທະຍາກັບ Bangkok Airways

ມື້​ນີ້​ທີມ​ງານ​ຂອງ​ລາວໂພສຈະ​ພາ​ບັນດາທ່ານ​ມາທ່ຽວ​ຊົມ​ຄວາມງາມຂອງເມືອງພັດທະຍາ ປະເທດໄທ ​ເປັນ​ອີກ​ໜຶ່ງ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີມົນ​ສະ​ເໜ​​ທີ່ຍັງຄົງໄວ້ຊຶ່ງຄວາມສວຍງາມທາງ​ທຳ​ມະ​ຊາດ ໂດຍ​ບໍ​ລິ​ສັດ​ການ​ບິນ Bangkok Airways ໄດ້​ພາ​ທ່ອ​ງ​ທ່ຽວ ແບບຈັດເຕັມ ແລະ ສຳຜັດກັບອາລິຍະທຳ ລວມເຖິງວິຖີຊີວິດຂອງຊາວພື້ນເມືອງເປັນເວລາ 4 ມື້ 3 ຄືນ.

ເລີ່ມຕົ້ນມື້ທີ 1 (ວັນ​ທີ 10 ມີຖຸນາ) ເລີ່ມ​ເດີນ​ທາງ​ດ້ວຍ​ສາຍ​ການ​ບິນ​ວຽງ​ຈັນ-Bangkok ຖ້ຽວ​ບິນ 944 ໃນ​ເວ​ລາ 11:00 ໂມງ ການ​ເດີນ​ທາງ​ໃຊ້​ເວ​ລາ 55 ນາ​ທີ ຕະຫຼອດໄລຍະເວລາ 55 ນາທີທີ່ນັ່ງເຮືອບິນແມ່ນໄດ້​ຮັບ​ການ​ບໍ​ລິ​ການ​ເປັນ​ຢ່າງ​ດີ​ຈາກພະ ນັກງານຕ້ອນຮັບຂອງ​ບໍ​ລິ​ສັດ​ການ​ບິນ Bangkok Airways.

ຫຼັງຈາກທີ່ເດີນ​ທາງ​ເຖິງ​ສະ​ໜາມ​ບິນ​ສຸ​ວັນ​ນະ​ພູມ​ເວ​ລາ​ 12:00 ໂມງ ​ ກໍໄດ້ເຂົ້າ check in ທີ່ໂຮງແຮມ Conrad Bangkok Hotel ຊຶ່ງເປັນໂຮງແຮມຫຼູຫຼາຊື່ດັງຕັ້ງຢູ່ໃຈກາງນະຄອນຫຼວງບາງກອກ  ຫຼັງຈາກນັ້ນກໍໄດ້ເຂົ້າຮ່ວມພິທີຖະແຫຼງຂ່າວກ່ຽວກັບຄວາມພ້ອມຂອງການຈັດປະຊຸມ ຄຽງຄູ່ກັບການທ່ອງທ່ຽວຂອງປະເທດໄທ ໂດຍສະເພາະຢູ່ບາງກອກ ແລະ ພັດທະຍາ ຊື່ງເປັນໂຄງການຕົວແບບຂອງລັດຖະບານໄທ.

ມື້​ທີ 2 (ວັນທີ 11 ມິຖຸນາ) ​ ກໍ​ໄດ້ສືບ​ຕໍ່​ເຂົ້າ​ຮ່ວມ​ງານ TIME Press Conference ໂດຍກອງປະຊຸມເວທີປຶກສາຫາລືຄັ້ງນີ້ແມ່ນກ່ຽວກັບອຸດສາຫະກໍາ MICE ໃນປະເທດໄທ ແລະ TICA ຫຼັງຈາກທີຮວ່ມກອງປະຊຸມ ແລະ ຮັບປະທານອາຫານທ່ຽງ​ຫຼັງຈາກນັ້ນກໍໄດ້​ເດີນ​ທາງ​ໄປລ່ອງເຮືອຊົມວິວທິວທັດຕາມແມ່ນ້ຳເຈົ້າພະຍາ ແລະ ສະຖານທີ່ສຳຄັນຕ່າງໆບໍ່ວ່າຈະເປັນການຂາບໄຫວ້ພຣະທີ່ວັດອາລຸນ ເຂົ້າຊົມພິພິທະພັນແຫ່ງຊາດເຮືອພຣະຣາຊພິທີ ເຂົ້າໄປທ່ອງທ່ຽວແຫຼ່ງຊ໋ອບປິ້ງ (Iconsiam) ຊຶ່ງເປັນສູນການຄ້າແຫ່ງໃໝ່ຊຶ່ງໄດ້ລວມເອົາຜະລິດຕະພັນຈາກ 77 ແຂວງຂອງປະເທດໄທມາວາງຈຳໜ່າຍໃນທີ່ນີ້.

ມື້ທີ 3 (ວັນທີ 12 ມິຖຸນາ) ກໍໄດ້ checkout ອອກຈາກໂຮງແຮມ Conrad Bangkok Hotel ແລ້ວມຸ່ງຫນ້າໄປສູ່ເມືອງພັດທະຍາ ໂດຍໃຊ້ເວລາໃນການເດີນທາງປະມານ 2 ຊົ່ວໂມງ (ເດີນທາງດ້ວຍລົດໂດຍສານ) ຫຼັງຈາກນັ້ນກໍໄດ້ເຂົ້າຢ້ຽມຄຳນັບທ່ານເຈົ້າເມືອງພັດທະຍາຢ່າງເປັນທາງການ ທັງນີ້ ​ທີມ​ງານ​ໄດ້​ເດີນ​ທາງ​ທ່ຽວ​ຊົມ​ສວນນົງນຸດ ຊຶ່ງເປັນສວນທີ່ໄດ້ຕົບແຕ່ງດ້ວຍພັນໄມ້ນາໆຊະນິດຈາກທົ່ວທຸກມຸມຂອງໂລກ ກວມເນື້ອທີ່ທັງຫມົດ 1.500 ເຮັກຕາ ກ່ອນຈະເຂົ້າມາເຊັກອິນທີ່​​ໂຮງ​ແຮມ Movenpick Hotel Pattaya ຊຶ່ງ​ເປັນ​ໂຮງ​ແຮມທີ່​ຕິດ​ກັບ​ທະ​ເລ (ຫາດຈອມທຽນ) ຖືເປັນໂຮງແຮມທີ່ມີວິວສວຍງາມອີກແຫ່ງໜຶ່ງ.

ມື້​ທີ 4 (ວັນທີ 13 ມິຖຸນາ)  ຫຼັງ​ຈາກ​ຮັບ​ປະ​ທາ​ນ​ອາ​ຫານ​ຕອນ​ເຊົ້າ​ ທີມ​ງານ​ໄດ້​ອອກ​ຈາກ​ໂຮງ​ແຮມເພື່ອເດີນ​ທາງໄປຢ້ຽມຊົມຊຸມຊົນບ້ານຕົ້ນຕະຄຽນເຕ້ຍ ເພື່ອຮຽນຮູ້ວັດທະນະທຳ ແລະ ວິຖີຊິວິດຂອງຊາວບ້ານ ຊຶ່ງມີຫຼາກຫຼາຍກິດຈະກຳອັນເປັນຮີດຄອງປະເພນີປະຈຳທ້ອງຖິ່ນໃຫ້ບັນດາແຂກໄດ້ຮຽນຮູ້.

 

ໂດຍ: ສະຫະລັດ ວອນທິວົງໄຊ