spot_img
Homeຂໍ້ມູນກ່ຽວກັບປະເທດລາວປະຫວັດສາດລາວທ່ຽວຊົມທຳມະຊາດ ຟັງເລື່ອງເລົ່າຕຳນານ ຜາທໍ່ໜໍ່ຄໍາ ເມືອງເຟືອງ ແຂວງວຽງຈັນ.

ທ່ຽວຊົມທຳມະຊາດ ຟັງເລື່ອງເລົ່າຕຳນານ ຜາທໍ່ໜໍ່ຄໍາ ເມືອງເຟືອງ ແຂວງວຽງຈັນ.

Published on

ພໍລົດຂອງທ່ານໄປຮອດເມືອງເຟືອງ ທ່ານຈະໄດເຫັນ ທິວທັດທຳມະຊາດ ຜາທໍ່ໜໍ່ຄຳ. ບໍລິເວນສາມແຍກ ບ້ານທ່າ ທ່ານຈະແນມເຫັນຜາທີ່ລັກສະນະເປັນກອງດິນສວດ ຄ້າຍກັບຜາຕັ້ງວັງວຽງ ໃນຍາມແລງຖ້າແນມຂຶ້ນໄປຈະມີແສງເຫຼື້ອມ ອັນເປັນແສງຂອງຕາເວັນຍາມແລງກະທົບໃສ່ກັບໜໍ່ຄຳຢູ່ຈອມຜາ.

ຕົ້ນກຳເນີດຂອງຜາທໍ່ໜໍ່ຄຳ: ຜາທໍ່ ເປັນຜາທີ່ໃຫຍ່ ມີຄວາມສູງປະມານ 900 ແມັດ, ເປັນຜາ 3 ໜ່ວຍຕິດຕໍ່ກັນ ແລະ ມີໜໍ່ຄຳເກີດຂຶ້ນຢູ່ໜ້າຜາໜ່ວຍກາງເຄິ່ງ 2 ໜໍ່ ເທິງຜາທໍ່ແມ່ນມີຕົ້ນໄມ້ງອກງາມ ຕາມຕີນຜາແລະ ໜ້າຜາ ມີສັດຫຼາຍຊະນິດທີ່ອາໄສຢູ່ ເຮັດໃຫ້ຜູ້ຄົນທີ່ໄດ້ເຫັນແລ້ວເປັນຕາອອນຊອນນຳທຳມະຊາດທີ່ງົດງາມແບບນີ້.

ຜາທໍ່ໜໍ່ຄຳນີ້ເປັນຜາທີ່ມີຄວາມສັກສິດ ເຊິ່ງຊາວບ້ານເມືອງເຟືອງທັງຫຼາຍມີຄວາມເຊື່ອຖືກັນມາໄດ້ຫຼາຍຮ້ອຍປີແລ້ວ ເຊິ່ງແຕ່ລະປີພໍຮອດມື້ 13 ຄ່ຳ ເດືອນ 6 ຊາວບ້ານຈະຕ້ອງໄດ້ມີການລ້ຽງເຈົ້າຜາທໍ່ທຸກປີ, ປີທຳອິດລ້ຽງຄວາຍ ຮອດ 2 ປີໃດກໍ່ມີການລ້ຽງໝູ ປີທີ 3 ແມ່ນລ້ຽງຄວາຍອີກ ເຊິ່ງເພິ່ນອີ້ນວ່າ 2 ປີ ຮາມ 3 ປີ ຮ່ວມ.

ເລື່ອງຂອງຜາທໍ່ໜໍ່ຄຳ ແຕ່ກີ້ແຕ່ກ່ອນມີປະຊາຊົນຈຳນວນໜຶ່ງ ມີ 3 ໝື່ນຄົນມາອາໄສຢູ່ຕາມແຄມນ້ຳລີກ ແລະ ນ້ຳຕົງ. ແຕ່ລະຄົນກໍ່ມີຄວາມມຸ້ງຫວັງທີ່ຈະຂຶ້ນເອົາໜໍ່ຄຳທີ່ຢູ່ຜາທໍ່, ມີມື້ໜຶ່ງເຂົາເຈົ້າໄດ້ເຕົ້າໂຮມກັນວາງແຜນຈະຂຶ້ນໄປເອົາໜໍ່ຄຳ ເຂົາເຈົ້າຈຶ່ງຜາກັນຕັດໄມ້ໄຜ່ເຮັດຂັ້ນໄດໄຕ່ຂຶ້ນໄປ ເມື່ອເວລາຂື້ນໄປໃກ້ຈະຮອດໜໍ່ຄຳ ປະກົດວ່າໄມ້ຕອກທີ່ມັດຂັ້ນໄດຢູ່ນັ້ນ ໄດ້ກາຍເປັນງູອ້າປາກຈະຕອດ ຜູ້ທີ່ຂຶ້ນກ່ອນກໍ່ຮ້ອງຂຶ້ນມາວ່າ ງູ ! ງູ ຜູ້ທີ່ຂຶ້ນຕາມຫຼັງກໍ່ວ່າຄືກັນ ສຸດທ້າຍກໍ່ພາກັນຕົກຂັ້ນໄດຕາຍຈົນໝົດ.

ແຕ່ປານນັ້ນກໍ່ຍັງບໍ່ຍອມຈຶ່ງພາກັນຕັ້ງຕູບໂດຍເອົາເຟືອງມາເຮັດເປັນຕູບຈຳນວນ 3 ໝື່ນຕູບເຟືອງ ແຕ່ລະມື້ຄົນທີ່ຂຶ້ນໄປຜາທໍ່ ເພື່ອຈະເອົາໜໍ່ຄຳ ແມ່ນຕົກຕາຍໝົດ ແລະ ຜູ້ທີ່ບໍ່ຕາຍກໍ່ເອົາປູນທີ່ຄ້ຽວໝາກນັ້ນມາໂຮມກັນເຮັດທາດໃສ່ກະດູກຄົນຕາຍຈົນກາຍເປັນລັງທາດ ແລະ ໄດ້ຕັ້ງຊື່ບ້ານວ່າ ສາມໝື່ນຕູບເຟືອງ. ສຳລັບບ້ານນາແຍງແມ່ນ ມີຈຳນວນໜຶ່ງມາຕັ້ງຕູບແຍງເບິ່ງທັງໜໍ່ຄຳທັງເຊົ້າ ແລະ ແລງ ປະຈຸບັນກາຍເປັນບ້ານນາແຍງ.

ມີບາງຈຸພັດຕັ້ງຕູບລໍຖ້າເບິ່ງໜໍ່ຄຳຈົນທົ່ວທົ່ງນາອ້ອມຕີນຜາ ປະຈຸບັນກາຍມາເປັນບ້ານນາຖົ່ວ ຍັບອອກມາປະ ມານ 1 ກິໂລແມັດ ພັດມີຈຳນວນໜຶ່ງມາລໍຖ້າເບິ່ງໜໍ່ຄຳລຽນຕາມຄິວເພາະຄົນຫຼາຍ ພັດກາຍມາເປັນບ້ານທ່າໃນປະຈຸບັນ ມີບາງກຸ່ມພັດແຍກກັນອອກໄປເປັນຈຸເປັນຄຸ້ມເປັນເກາະເປັນດອນ ປະຈຸບັນກາຍມາເປັນບ້ານດອນ ບັນດາບ້ານດັ່ງກ່າວລ້ວນແລ້ວແຕ່ຕັ້ງໃກ້ກັບຕີນຜາທໍ່ ເລື່ອງນີ້ມີຈິງຫຼືບໍ່ນັ້ນຂໍໃຫ້ທ່ານໄປເບິ່ງກັບຕາທ່ານເອງ.

 

ຮຽບຮຽງຂໍ້ມູນໂດຍ ນັກຂ່າວໜັງສືພິມເສດຖະກິດ-ການຄ້າ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...