ມົສກູທາມລາຍງານວ່າ: ຟາມແຫ່ງໜຶ່ງໃນເມືອງ Krasnogorsk ທາງພາກຕາເວັນຕົກສຽງເໜືອຂອງນະຄອນມົສກູ ປະເທດຣັດເຊຍກຳລັງເຮັດການທົດລອງໃຫ້ງົວໃສ່ແວ່ນຕາແບບ 3 ມິຕິ ຫຼື VR ຊຶ່ງຫວັງຈະສ້າງບັນຍາກາດສິ່ງແວດລ້ອມທີ່ດີໃຫ້ກັບງົວ, ໃຫ້ງົວຫຼຸດຜ່ອນຄວາມຄຽດ ທັງຫວັງກະຕຸ້ນການຜະລິດນໍ້ານົມເພີ່ມຂຶ້ນ. ຂະນະທີ່ສຳນັກງານກະສິກຳປະຈຳພູມີພາກກໍໄດ້ເປີດເຜີຍວ່າ: ຜູ້ຊ່ຽວຊານໄດ້ຕັ້ງຂໍ້ສັງເກດວ່າງົວໄດ້ຫຼຸດຄວາມວິຕົກກັງວົນ ແລະ ມີອາລົມດີຂຶ້ນກັບງົວທີ່ຢູ່ໃນຝູງດຽວກັນ.
ທັງນີ້, ຊາວກະສິກຳຢູ່ໃນເຂດພື້ນທີ່ກຳລັງຮ່ວມມືກັບນັກພັດທະນາ ແລະ ສະຕະວະແພດ ໃນການສ້າງຊ໋ອຟແວທີ່ຄ້າຍຄືເຫດການຈິງຜ່ານແວ່ນຕາ VR ຊຶ່ງເປັນພາບຂອງທົ່ງຫຍ້າທີ່ມີບັນຍາກາດອົບອຸ່ນໃນຊ່ວງລະດູຮ້ອນ, ໂດຍໄດ້ອ້າງງານວິໄຈຈາກປະເທດເນເທີແລນ ແລະ ສະກ໋ອດແລນວ່າ: ບັນຍາກາດທີ່ດີ ແລະ ງຽບສະຫງົບຈະຊ່ວຍເພີ່ມການຜະລິດນໍ້ານົມໃຫ້ງົວໄດ້ຫຼາຍຂຶ້ນ.
ໂດຍທີມພັດທະນາວາງແຜນທີ່ຈະຂະຫຍາຍການທົດລອງນຳໃຊ້ແວ່ນຕາ VR ເພີ່ມອີກຖ້າຫາກວ່າການທົດລອງໃນຄັ້ງນີ້ໄດ້ຮັບຜົນລັບໃນທາງທີ່ດີ ແລະ ມີຄວາມເປັນໄປໄດ້.
ຮຽບຮຽງ: ເພັງສະຫວັນ
ຮູບພາບ: posttoday