ທູດໄທປະຈຳລາວຈັດກິດຈະກຳວັນມະຫາມຸງຄຸນພຣະຣາຊະພິທີບໍຣົມຣາຊາພິເສກ

ເມື່ອວັນທີ 31 ພຶດສະພາຜ່ານມາ ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທປະຈຳ ສປປ ລາວ ແລະ ພັນລະຍາ ພ້ອມດ້ວຍຂ້າລາຊະການສະຖານເອກອັກຄະຣາຊະທູດ ລວມທັງຂ້າລາຊະການທີມປະເທດໄທປະຈຳ ສປປ ລາວ ແລະ ປະຊາຊົນຊາວໄທໃນ ສປປ ລາວ ໄດ້ຮ່ວມກັນຈັດກິດຈະກຳບຳເພັນສາທາລະນະປະໂຫຍດ ເນື່ອງໃນໂອກາດມະຫາມຸງຄຸນ ພະຣາຊະພິທີບໍຣົມຣາຊາພິເສກພຸດທະສັກກະຣາດ 2562 ແລະ ວັນສະເຫຼີມພະຊົນມະພັນສາສົມເດັດພຣະນາງເຈົ້າພຣະບໍຣົມຣາຊິນີປະຈຳປີພຸດທະສັກກະຣາດ 2562.

ພິທີດັ່ງກ່າວຈັດຂຶ້ນຢູ່ທີ່ໂຮງຮຽນສຶກສາພິເສດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍໄດ້ຕິດຕັ້ງຖັງເກັບນໍ້າ ແລະ ເຄື່ອງສູບນໍ້າ ລວມທັງລະບົບນໍ້າປະປາ ແລະ ມອບສິ່ງຂອງຕ່າງໆບໍ່ວ່າຈະເປັນ ໂຕະ ຕັ່ງ ອຸປະກອນກີລາ ວັດຖຸ-ເຄື່ອງໃຊ້ທີ່ຈຳເປັນສຳລັບໂຮງຮຽນ ແລະ ນັກຮຽນ ພ້ອມນີ້ກໍໄດ້ມີການແຈກຂອງຂວັນ ແລະ ຂອງທີ່ລະນຶກໃຫ້ຜູ້ທີ່ເຂົ້າຮ່ວມງານ ໂດຍສະເພາະກໍແມ່ນນ້ອງໆນັກຮຽນ.

ໂອກາດດຽວກັນທາງສະຖານທູດໄທປະຈຳ ສປປ ລາວ ກໍໄດ້ລ້ຽງອາຫານທ່ຽງໃຫ້ນ້ອງນັກຮຽນ ຄະນະຄູ-ອາຈານ ແລະ ຜູ້ປົກຄອງ ຊຶ່ງມີ ທ່ານ ສົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາ ແລະ ກີລາ ນະຄອນຫຼວງວຽງຈັນ ເປັນຜູ້ແທນລັດຖະບານ ສປປ ລາວ ເຂົ້າຮ່ວມ ພ້ອມນີ້ ກໍມີການສະແດງສິລະປະຈາກນ້ອງນັກຮຽນ ແລະ ກິດຈະກຳອື່ນໆ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ຮູບພາບ: ສະຖານທູດໄທ