ທີມເກັບກູ້ລະເບີດແຈ້ງ ບໍ່ມີໃຜເສຍຊີວິດຄືດັ່ງຂ່າວລື

ພາຍຫຼັງທີ່ມີການແຊຮູບພາບ ພ້ອມຂໍ້ຄວາມແພ່ກະຈາຍທົ່ວໜ້າເຟສບຸກ ເນື່ອງຈາກມີບາງເພຈຂ່າວທີ່ບໍ່ໜ້າເຊື່ອຖື ໄດ້ລົງຂ່າວວ່າພະນັກງານເກັບກູ້ລະເບີດຢູ່ແຂວງຊຽງຂວາງໄດ້ເສຍຊີວິດ. ທ່ານ ໄມ ພົມມະຈັນ ເຊິ່ງຜູ້ກ່ຽວບອກວ່າເປັນທີມງານເກັບກູ້ລະເບີດ ກໍໄດ້ອອກມາແຈ້ງຂ່າວວ່າ ຂ່າວດັ່ງກ່າວນັ້ນບໍ່ມີມູນຄວາມຈິງແຕ່ປະການໃດ ຮູບແລະລາຍຊື່ກໍບໍ່ໄດ້ກົງກັນ.

ຜູ້ຢູ່ໃນຮູບແມ່ນ ທ່ານນາງ ສາຍສະໝອນ ນວນທະສິງ ຫົວໜ້າທີມງານເກັບກູ້ລະເບີດ ປະຈຳຢູ່ແຂວງຊຽງຂວາງ ບ້ານເກີດເມືອງນອນກໍຢູ່ຊຽງຂວາງ ປັດຈຸບັນຜູ້ກ່ຽວກໍຢູ່ດີມີສຸກ ບໍ່ມີເຫດຮ້າຍໃດໆ. ແລະໃນຂະນະທີ່ຢືນຢັນວ່າ ໃນທີມງານເກັບກູ້ລະເບີດບໍ່ທັນແຕກ ກໍບໍ່ມີຄົນຊື່ ສີດາ ກັນລະຍາວົງ. ດັ່ງນັ້ນ, ຂ່າວທີ່ແພ່ອອກໄປນັ້ນຈຶ່ງຖືວ່າເປັນຂ່າວທີ່ບໍ່ມີມູນຄວາມຈິງ ແລະວອນສັງຄົມຈົ່ງຢ່າຫຼົງເຊື່ອຂ່າວຈາກບາງແຫຼ່ງຂ່າວດ້ວຍ.

ຈາກ: ການສຳພາດຂອງທ່ານນາງສາຍສະໝອນ ນວນທະສິງ
ເວລາ: 10:16 ນາທີ ຂອງວັນທີ 16 ກັນຍາ 2017