ຂ່າວປະກາດຮັບສະໝັກຄົນລ້ຽງໝາຖືກໂພສລົງໃນເວັບ “Silver Swan Search” ໂດຍມີຄູ່ຜົວ-ເມຍຊາວອັງກິດຄູ່ໜຶ່ງໃນນະຄອນລອນດອນ ປະເທດອັງກິດຊຶ່ງໄດ້ລະບຸວ່າ: ຕົນເອງທັງສອງເປັນຜູ້ບໍລິຫານລະດັບສູງຊຶ່ງຕ້ອງໄດ້ເດີນທາງໄປຫັ້ນມານີ້ ແລະ ອອກນອກປະເທດເລື້ອຍໆ. ດັ່ງນັ້ນ ວຽກທີ່ປະກາດລົງໃນເວັບໄຊແມ່ນວຽກທີ່ຕ້ອງດູແລໝາສາຍພັນໂກເດັນ ຣີທີຟເວີ້ 2 ໂຕ ຊຶ່ງທັງສອງໄດ້ສະເໜີເງິນເດືອນໃຫ້ປີລະ 38-41 ພັນໂດລາ.
ທັງນີ້, ໝາທັງສອງມີຊື່ວ່າ ໄມໂລ ແລະ ອອສກ້າ ຊຶ່ງເຈົ້າຂອງຈະຈ່າຍເງິນເດືອນໃຫ້ຄົນລ້ຽງຕາມຈຳນວນທີ່ກ່າວມາຂ້າງເທິງ, ພ້ອມນີ້ ກໍມີອາຫານ 3 ຄາບ ແລະ ທີ່ພັກໃຫ້ພ້ອມ ສ່ວນເງື່ອນໄຂສຳລັບຄົນທີ່ຈະມາເຮັດວຽກດັ່ງກ່າວກໍມີພຽງເລັກໜ້ອຍຄື: ຂໍໃຫ້ຊ່ວຍດູແລເຮືອນ, ເຮັດຄວາມສະອາດ ແລະ ບາງຄັ້ງກໍອາດຕ້ອງໄດ້ຊັກ-ລີດເສື້ອຜ້າ ລວມທັງເຮັດອາຫານບາງຄັ້ງຄາວ. ສ່ວນເວລາເຮັດວຽກແມ່ນເຮັດແຕ່ວັນຈັນ-ວັນສຸກ ແລະ ອາດເຖິງວັນເສົາ-ອາທິດ (ບາງຄັ້ງ).
ຮຽບຮຽງ: ເພັງສະຫວັນ
ຮູບພາບ: matichon