ຕັດສິນຄະດີສໍ້ໂກງຊັບ ລວມມູນຄ່າກວ່າ 700 ລ້ານກີບ!

ໃນວັນທີ 5 ກັນຍາ 2018 ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽຈັນ ໄດ້ພິຈາລະນາຕັດສິນຄະດີສໍ້ໂກງຊັບຂອງພົນລະເມືອງອັນເນື່ອງມາຈາກການຕົວະຂາຍບັດເຕີມມູນຄ່າໂທລະສັບ ຂອງພະນັກງານສັນຍາຈ້າງບໍລິສັດສື່ສານທາງດ້ານໂທລະຄົມມະນາຄົມແຫ່ງໜຶ່ງ ເຊິ່ງຕັ້ງຢູ່ເຂດບ້ານນາໄຊ, ເມືອງ ໄຊເສດຖາ, ນະຄອນຫລວງວຽງຈັນ.

ຈຳເລີຍຊື່ ທ້າວ ບຸນທອນ ອາຍຸ 26 ປີ, ຢູ່ບ້ານ ຫຸມແບ່ງ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ, ເຮັດໜ້າທີ່ຮັບຜິດຊອບສົ່ງບິນ ແລະ ເກັບເງິນຄ່າໂທລະສັບລາຍເດືອນ ປະຈຳການຢູ່ສາຂາຍ່ອຍ ຕັ້ງຢູ່ບ້ານ ຈອມມະນີ, ເມືອງ ໄຊເສດຖາ, ນະຄອນຫລວງວຽງຈັນ. ໃນໄລຍະຕໍ່ມາ, ຈໍາເລີຍໄດ້ຖືກແນະນໍາໂດຍທ້າວ ພູວົງ ພະນັກງານຈາກສຳນັກງານໃຫຍ່ ໃນການເປັນຕົວແທນຊອກຫາ-ຕິດຕໍ່ລູກຄ້າ ຊື້ບັດເຕີມເງິນ ໂດຍຈໍາເລີຍຈະໄດ້ຮັບຄ່ານາຍໜ້າ 6.5% ຂອງມູນຄ່າທີ່ຂາຍໄດ້. ຈຳເລີຍໃຊ້ວິທີການຊື້-ຂາຍບັດເຕີມເງິນໃຫ້ບັນດາຄົນຮູ້ຈັກ ແລະ ຕົວະຍົວະ ທ້າວ ພູວົງ ແລະ ບັນດາຜູ້ທີ່ຊື້ບັດກັບລາວ, ຈໍາເລີຍໄດ້ນຳເງິນເອົາດັ່ງກ່າວໄປໃຊ້ຈ່າຍສ່ວນຕົວ ແລ້ວບໍ່ນຳເງິນມາຊໍາລະຄືນໃຫ້ແກ່ບັນດາຜູ້ເສຍຫາຍ.

ຕົກມາວັນທີ 07 ກັນຍາ 2018 ຈຳເລີຍໄດ້ຖືກເຈົ້າຫນ້າທີ່ກັກຕົວໄປດຳເນີນຄະດີ. ຄະນະສານອາຍາໄດ້ຄົ້ນຄ້ວາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ປະກອບເຂົ້າໃນສຳນວນຄະດີຢ່າງຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສ ແລ້ວເຫັນວ່າ: ມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ: ການກະທຳຂອງຈຳເລີຍ ເປັນການກະທຳທີ່ຜິດຕໍ່ກົດໝາຍອາຍາ ໃນຂໍ້ຫາສໍ້ໂກງຊັບຂອງພົນລະເມືອງ ທີ່ແຕະຕ້ອງເຖິງກຳມະສິດສ່ວນຕົວຂອງບຸກຄົນອື່ນຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍອາຍາ ມາດຕາ 120 ຢ່າງແທ້ຈິງ.

ມູນຄ່າທີ່ຈຳເລີຍສໍ້ໂກງປະກອບມີ:

  • ທ້າວ ບົງ ອາຍຸ 31 ປີ, ຢູ່ບ້ານ ນາຄວາຍໃຕ້, ເມືອງ ໄຊເສດຖາ ຈຳນວນ 229.500.000 ກີບ.
  • ທ້າວ ເຫີບ ອາຍຸ 32 ປີ, ຢູ່ບ້ານ ດ່ານດຳ, ເມືອງ ສີໂຄດຕະບອງ ຈຳນວນ 335.000.000 ກີບ.
  • ທ້າວ ວິລະສັກ ອາຍຸ 36 ປີ, ຢູ່ບ້ານ ຈອມມະນີ, ເມືອງໄຊເສດຖາ ຈຳນວນ 35.000.000 ກີບ.
  • ທ້າວ ພູວົງ ຈຳນວນ 44.117.000 ກີບ.
  • ນາງ ມະນີລັດ ຫຼື ນ່ອງ ອາຍຸ 34 ປີ, ຢູ່ບ້ານສີສະຫວາດ, ເມືອງ ຈັນທະບູລີ ຈຳນວນ 120.000.000 ກີບ.

ທັງໝົດລວມມູນຄ່າ 763.617.000 ກີບ, ຄະນະສານເຫັນວ່າມີມູນຄວາມຈິງ ຈື່ງຕົກລົງຕັດອິດສະຫຼະພາບ ທ້າວ ບຸນທອນ (ຈຳເລີຍ) ເປັນເວລາ 3 ປີ 6 ເດືອນ ປັບໃຫມ 7.000.000 ກີບ ແລະ ໃຫ້ຈຳເລີຍໃຊ້ຄ່າແທນເສຍຫາຍໃຫ້ກັບໂຈດທາງແພ່ງທີ່ໄດ້ຮຽກຮ້ອງມາຄົບຕາມຈຳນວນທີ່ສໍ້ໂກງມາ.

ຮຽບຮຽງໂດຍ: ບຸນມີ ຄຳມີໄຊ

ແຫລ່ງຂ່າວ ແລະ ຮູບພາບ: ຫນັງສືພິມຄວາມສະຫງົບ