ຊີເມັນ ກຽມປົດພະນັກງານເພີ່ມອີກເກືອບ 3 ພັນຕຳແໜ່ງ

ບໍລິສັດຊີເມັນປະກາດກຽມປົດພະນັກງານເພີ່ມອີກ 2.700 ຕຳແໜ່ງທົ່ວໂລກຕາມແຜນປັບໂຄງສ້າງອົງກອນຄັ້ງຫຼ້າສຸດ ໂດຍເກືອບເຄິ່ງໜຶ່ງແມ່ນເປັນພະນັກງານໃນບໍລິສັດໃຫຍ່ທີ່ປະເທດເຢຍລະມັນ.

ກຸ່ມບໍລິສັດຊີເມັນ ຊຶ່ງເປັນໜຶ່ງໃນຜູ້ປະກອບການທຸລະກິດດ້ານວິສະວະກຳ ແລະ ເຕັກໂນໂລຊີລະດັບແຖວໜ້າຂອງໂລກ ມີສຳນັກ ງານໃຫຍ່ຢູ່ທີ່ນະຄອນເບີລິນ ແລະ ມິວນິກ ປະເທດເຢຍລະມັນ ໄດ້ອອກມາຖະແຫຼງຢ່າງເປັນທາງການເມື່ອວັນທີ 18 ມິຖຸນາຜ່ານມາວ່າ ບໍລິສັດກຽມປົດພະນັກງານ 2.700 ຕຳແໜ່ງພາຍໃນອີກບໍ່ເທົ່າໃດປີຂ້າງໜ້າ ໃນນັ້ນ 1.400 ຕຳແໜ່ງແມ່ນເປັນພະນັກ ງານຕາມສຳນັກງານໃນເຢຍລະມັນ ແລະ ສ່ວນໃຫຍ່ເປັນພະນັກງານດ້ານພະລັງງານ ແລະ ແກ໊ສທຳມະຊາດ.

ທັງນີ້ ການປົດພະນັກງານຮອບໃໝ່ຂອງຊີເມັນຖືເປັນສ່ວນໜຶ່ງຂອງແຜນຍຸດທະສາດ “ປັບໂຄງສ້າງອົງກອນ” ຊຶ່ງບໍລິສັດກຳນົດເປົ້າໝາຍປະຢັດຄ່າໃຊ້ຈ່າຍໃຫ້ໄດ້ 2.200 ລ້ານເອີໂຣ ໃນອີກ 4-5 ປີຂ້າງໜ້າ ປັດຈຸບັນຊີເມັນມີພະນັກງານປະມານ 64.000 ຄົນໃນສຳນັກງານ 80 ປະເທດ ມີລາຍໄດ້ 12.400 ລ້ານເອີໂຣເມື່ອປີຜ່ານມາ ແລະ ກຳໄລ 377 ລ້ານເອີໂຣ ຊຶ່ງມາຈາກການເຮັດສັນຍາດ້ານພະລັງງານສະບັບສຳຄັນໃນເອຢິບ ແລະ ອີຣັກ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: dailynews/AFP