ໄຂ້ຫວັດໃຫຍ່ກັບໄຂ້ເລືອດອອກຈະມີອາການຄ້າຍໆກັນຄື ປວດຫົວ ຕົວຮ້ອນ ມີໄຂ້ສູງ ອ່ອນເພຍ ແຕ່ໄຂ້ເລືອດອອກຈະບໍ່ມີອາການເຈັບຄໍ ຄັດດັງ ນໍ້າມູກໄຫຼຄືກັບໄຂ້ຫວັດໃຫຍ່ ແຕ່ຈະມີໄຂ້ສູງຮ່ວມກັບອາການປວດທ້ອງ ຮາກ ນອກຈາກນີ້ ກໍຍັງສາມາດຈຳແນກຄວາມແຕກຕ່າງຂອງພະຍາດດັ່ງກ່າວໄດ້ດັ່ງນີ້.
ໄຂ້ເລືອດອອກຈະມີຢູ່ 4 ສາຍພັນ ຊຶ່ງສາມາດເກີດຂຶ້ນໄດ້ຕະຫຼອດປີ ແຕ່ຈະມີຄົນເປັນໄຂ້ເລືອດອອກຫຼາຍແມ່ນຊ່ວງໄລຍະລະດູຝົນ ເປັນພະຍາດທີ່ສາມາດຕິດຕໍ່ຈາກຄົນສູ່ຄົນໄດ້ໂດຍມີຍຸງລາຍເປັນພາຫະນະ ແລະ ຈະມີໄລຍະເປັນໄຂ້ 3-8 ວັນ ໄວສຸດ 3 ວັນ ຊ້າສຸດ 15 ວັນ ຄົນທີ່ເປັນໄຂ້ເລືອດອອກຈະຕົວຮ້ອນ ແລະ ມີໄຂ້ສູງເຖິງ 38,5 ອົງສາຕິດຕໍ່ກັນຫຼາຍມື້ ຈະບໍ່ມີນໍ້າມູກໄຫຼ ແຕ່ຈະເບື່ອອາ ຫານ ຮາກ ມີເລືອດອອກຕາມຜິວໜັງ ມີຈຸດເລືອດນ້ອຍໆກະຈາຍຕາມແຂນ ຂາ ຕົນຕົວ ແລະ ບ່ອນອື່ນໆທົ່ວຮ່າງກາຍ ອາດມີເລືອດດັງອອກ ຫຼື ເລືອດອອກຕາມເຟັນແຂ້ວ ຖ່າຍໜັກເປັນສີດຳ ຖ້າຮ້າຍແຮງກໍອາດມີພາວະຊ໊ອກເນື່ອງຈາກລະບົບໄຫຼວຽນເລືອດຫຼົ້ມເຫຼວ.
ສ່ວນໄຂ້ຫວັດໃຫຍ່ຈະມີສາຍພັນ A ແລະ B ສາມາດເກີດຂຶ້ນໄດ້ຕະຫຼອດປີເຊັ່ນກັນ ແຕ່ຈະພົບຜູ້ປ່ວຍໄຂ່ນີ້ຫຼາຍໃນລະດູຝົນ ແລະ ລະດູໜາວ ເປັນໄຂ້ທີ່ສາມາດຕິດຕໍ່ກັນໄດ້ຈາກການສຳຜັດໂດຍກົງຈາກຜູ້ປ່ວຍບໍ່ວ່າຈະເປັນນໍ້າລາຍ ນໍ້າມູກ ລະອອງຈາກການໄອ-ຈາມຂອງຜູ້ປ່ວຍ ໂດຍສະເລ່ຍແລ້ວຄົນທີ່ເປັນໄຂ້ຊະນິດນີ້ຈະມີອາການຢູ່ 1-4 ວັນແລ້ວອາການກໍຈະດີຂຶ້ນ ຄົນທີ່ເປັນໄຂ້ຫວັດໃຫຍ່ຈະມີໄຂ້ສູງກະທັນຫັນ ມີອາການຕັນດັງ ເຈັບຄໍ ໄອ ມີນໍ້າມູກ ປວດເມື່ອຍກ້າມຊີ້ນ ປວດຫົວ ແລະ ປວດເບົ້າຕາ ໜາວສັ່ນ ຮູ້ສຶກເມື່ອຍງ່າຍ ອ່ອນເພຍ ເບື່ອອາຫານ ຂົມປາກ ວິນຫົວ ປວດຮາກ ຈຸກແໜ້ນທ້ອງ ລວມເຖິງອາການຖອກທ້ອງ.
ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: health.kapook.com