spot_img
Homeຂ່າວການສຶກສາຂາຍຄວາຍ...ສົ່ງເງິນມາໃຫ້ຄວາຍຮຽນ

ຂາຍຄວາຍ…ສົ່ງເງິນມາໃຫ້ຄວາຍຮຽນ

Published on

f-student 2 (1)
ເປັນຄຳເວົ້າຕິດຫູໃນໝູ່ນັກສຶກສາ ມ.ຊ ທີ່ເອີ່ຍເຖິງນັກສຶກສາຈາກຕ່າງແຂວງ ຫຼື ນະຄອນຫຼວງ ທີ່ບໍ່ຕັ້ງໃຈຮ່ຳຮຽນສົມກັບ
ການຊຸກຍູ້ສົ່ງເສີມຈາກພໍ່ແມ່ບັງເກີດເກົ້າ.
ຜູ້ຂຽນສັງເກດເບິ່ງວ່າ ຄຳເວົ້ານັ້ນມີສ່ວນຖືກໃນບາງກໍລະນີທໍ່ນັ້ນ ແຕ່ມີອີກສ່ວນຫຼວງຫຼາຍແມ່ນຕັ້ງໃຈຮ່ຳຮຽນບຸກບືນແທ້ໆ…
ແຕ່ກໍໜ້າເຫັນໃຈນັກສຶກສາສະໄໝນີ້ ມັນມີຄວາມຕ້ອງການໃຊ້ເງິນຫຼາຍ ເພາະການຮຽນດຽວນີ້ ບໍ່ຄືແຕ່ກ່ອນ ສະແດງອອກ
ຈະແຈ້ງແມ່ນຈຳນວນນັກສຶກສາມີຫຼາຍ ແຕ່ຄູ-ອາຈານມີໜ້ອຍ.
ມີນັກສຶກສາປີສຸດທ້າຍເລົ່າສູ່ຟັງວ່າ: ການທີ່ຈະເສັງຜ່ານວິຊາໃດໜຶ່ງລຳບາກ ກວ່າຈະໄດ້ຕ້ອງໃຊ້ທຸກວິທີທາງ ບໍ່ຊັ້ນບໍ່ມີ
ເງື່ອນໄຂຂຽນບົດຈົບຊັ້ນ ອາຈານບາງທ່ານໃຈດີ ! ບາງທ່ານກໍມີເງື່ອນໄຂ ສະນັ້ນ ປະຕິເສດບໍ່ໄດ້ທີ່ຈະມີການໃຊ້ຈ່າຍຢ່າງ
ໜ້ອຍສຸດກໍໂຮມເງິນກັນລ້ຽງເຂົ້າ ກະເກນກັນໄປອອກແຮງງານຊ່ວຍວຽກຄອບຄົວເພິ່ນ.
ຫຼັງຈາກນັ້ນ ກໍຕ້ອງຊອກຫາອາຈານທີ່ປຶກສາເພື່ອຂຽນບົດ ? ຊອກລົງເຝິກຫັດເກັບກຳຂໍ້ມູນເພື່ອຂຽນບົດ ສະຫຼຸບແລ້ວມີແຕ່
ການໃຊ້ເງິນທັງນັ້ນ ! ບໍ່ຫຼາຍກໍໜ້ອຍ ປະຕິເສດຍາກ.
ອັນນັ້ນແມ່ນເງື່ອນໄຂທີ່ຕ້ອງປະຕິບັດນໍ ? ສ່ວນສະພາບແວດລ້ອມກໍບໍ່ແມ່ນຂອງຄ່ອຍ ! ມີໂອກາດໄປສຳພັດ ຜູ້ຂຽນກໍເຫັນ
ວ່າ ຮ້ານຄ້າ-ຂາຍ ເປັນຕົ້ນ ເຄື່ອງດື່ມມຶນເມົາ ຍັງມີຫຼາຍອ້ອມຫໍພັກ ມ.ຊ ວິທະຍາເຂດດົງໂດກ ຕົກຕອນຫົວແລງຄ້ອຍຄ່ຳ
ຈະເຫັນພວກນັກສຶກສາທະຍອຍເຂົ້າມານັ່ງກິນ-ນັ່ງດື່ມ ຮ້ອງລຳທຳເພງ ໂດຍສະເພາະແລງວັນສຸກ ຫຼາຍກວ່າວັນອື່ນໆ ແຕ່
ດຽວນີ້ປ່ຽນ ບໍ່ນຸ່ງຊຸດນັກສຶກສາ ແຕ່ນຸ່ງໂສ້ງຂາສັ້ນ (ຜູ້ຍິງ) ເປັນສ່ວນຫຼາຍ ດື່ມນ້ຳເມົາ… ການນຸ່ງຖືຍົ້ວຍວນກວນໃຈ ກໍເປັນ
ອີກສາເຫດໜຶ່ງຂອງປະກົດການຫຍໍ້ທໍ້.
ສັງລວມແລ້ວນັກສຶກສາຜູ້ໜຶ່ງກວ່າຈະຮຽນຈົບຕ້ອງທຸ່ນທ່ຽງ ແລະ ອົດທົນທີ່ສຸດ ເພາະໄດ້ຕໍ່ສູ້ກັບຊີວິດທີ່ລຳບາກແລະ ຍາກ
ທີ່ຈະຜ່ານຜ່າອອກມາເປັນບັນດິດຜູ້ໜຶ່ງ… ຫຼາຍຄົນໄປບໍ່ສຸດທາງ… ເພາະສູ້ກັບການຈ່າຍເງິນ ສູ້ກັບສະພາບແວດລ້ອມທີ່
ຈະແກ່ດຶງລົງເຫວ-ລົງຂຸມນາຮົກ.
ເປັນຫ່ວງທີ່ສຸດແມ່ນເພດຍິງ ! ສົງສານທີ່ສຸດແມ່ນຜູ້ຂາຍຄວາຍ.
ທີ່ມາ:http://www.vientianemai.net

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...