ຂັ້ນຕອນເວລາ ເກີດອຸປະຕິເຫດ ຄຸ່ກໍລະນີ ແລະ ຜູ້ເສຍຫາຍ ຄວນເຮັດແນວໃດ?

ແນ່ນອນວ່າອຸບັດຕິເຫດນັ້ນ ບໍ່ແມ່ນສິ່ງທີ່ທຸກຄົນຢາກພົບເຈີ ແຕ່ເມື່ອຫຼີກລ່ຽງບໍ່ໄດ້ ເຮົາກໍ່ຕ້ອງຮູ້ວ່າຕົວເອງຄວນເຮັດແນວໃດ ເພື່ອໃຫ້ຕົວເອງບໍ່ເປັນຝ່າຍເສຍປຽບຄູ່ກໍລະນີ້ ດັ່ງນັ້ນ ໃນແຄມເປນເດືອນແຫ່ງການຂັບຂີ່ປອດໄພ ໄປກັບລາວໂພສ ຈື່ງມີຂໍ້ມູນເບື້ອງຕົ້ນໃນການຮັບມືກັບເຫດການອຸບັດຕິເຫດມາຝາກ.

  1. ຈຳໄວ້ວ່າເມື່ອເກີດອຸບັດຕິເຫດບໍ່ວ່າຈະເປັນອຸບັດຕິເຫດໜ້ອຍ ຫຼື ໃຫຍ່ ໃຫ້ທ່ານຢຸດລົດ ຢ່າຄິດລົບໜີ ເພາະມັນເປັນຄວາມຜິດຮ້າຍແຮງຕໍ່ດ້ານກົດໝາຍ, ພະຍາຍາມຕັ້ງສະຕິ ມອດຈັກລົດ ພ້ອມເປີດໄຟສຸກເສີນເພື່ອສົ່ງສັນຍານໃຫ້ລົດຄັນອື່ນໄດ້ຮັບຮູ້.
  2. ຫາກລົດທ່ານມີປະກັນໄພໃຫ້ທ່ານໂທຫາບໍລິສັດປະກັນໄພລົດຂອງທ່ານ ຫຼື ໂທຫາຕຳຫຼວດ ແລະ ຫ້າມເຮັດການເຄື່ອນຍ້າຍລົດອອກຈາກຈຸດເກີດເຫດເດັດຂາດຫາກຍັງບໍ່ມີການຕັດສິນຊັດເຈນວ່າຝ່າຍໃດຖືກຝ່າຍໃດຜິດ.
  3. ຫາກມີຄົນເຈັບໃຫ້ຟ້າວໂທຫາໜ່ວຍງານກູ້ໄພ ຫຼື ລົດໂຮງໝໍກ່ອນ ແລະ ບອກລາຍລະອຽດຂອງຄົນເຈັບ ເພື່ອໃຫ້ທີມແພດສຸກເສີນຫາວິທີທາງຊ່ວຍຢ່າງຖືກຈຸດ ແລະ ໂທຫາບໍລິສັດປະກັນໄພ, ຕຳຫຼວດ, ເພື່ອນ ແລະ ຍາດພີ່ນ້ອງຕາມພາຍຫຼັງ.
  4. ບັນທຶກຮູບຖ່າຍ, ວິດີໂອ ຫຼື ຫຼັກຖານທຸກຢ່າງທີ່ເກີດຂຶ້ນໃນເຫດການເຊັ່ນ: ປ້າຍທະບຽນລົດ, ສີລົດ, ຍີ່ຫໍ້ລົດ, ຊື່ ແລະ ເບີໂທຕິດຕໍ່ຄູ່ກໍລະນີ, ລະດັບຄວາມເສຍຫາຍຂອງຄົນ-ຂອງລົດ ມີໜ້ອຍຫຼາຍພຽງໃດ, ວັນ ແລະ ເວລາ, ສະຖານທີ່ເກີດເຫດ, ພະຍານຫຼັກຖານ,​ສະພາບຖະໜົນໃນເວລາເກີດເຫດ ແລະ ລັກສະນະໜ້າຕາ-ຮູບຮ່າງຂອງຄູ່ກໍລະນີໃຫ້ໄດ້.
  5. ກໍລະນີທ່ານຖືກລົດຕຳແລ້ວໜີ ສິ່ງທຳອິດແມ່ນຕ້ອງຈຳໃຫ້ໄດ້ຄືປ້າຍລົດ ຈາກນັ້ນໃຫ້ຟ້າວໂທແຈ້ງຄວາມ, ແລະ ເບິ່ງວ່າບໍລິເວນນັ້ນມີຄົນເຫັນນຳບໍ່ ໃຫ້ທ່ານຂໍຄວາມຊ່ວຍເຫຼືອຈາກເຂົາເພື່ອໃຫ້ເຂົາເປັນພະຍານໃຫ້.
  6. ກໍລະນີຕຳແລ້ວໜີຄົນກໍ່ເຫດໄດ້ຮັບບາດເຈັບບໍ່ໄດ້ສະຕິ ຫຼື ເສຍຊີວິດ, ຍາດພີ່ນ້ອງຕ້ອງເປັນຄົນແລ່ນເລື່ອງ ອາດລົງພື້ນທີ່ຈຸດເກີດເຫດເພື່ອສືບຫຼັກຖານໃນບ່ອນເກີດເຫດ ແລະ ພະຍານທີ່ພໍຫາໄດ້ ເຊັ່ນ: ຂໍເບິ່ງກ້ອງວົງຈອນໃນບໍລິເວນໃກ້ໆ ຫຼື ສອບຖາມນຳບຸກຄົນ.
  7. ການຕັດສິນວ່າໃຜຜິດ ຫຼື ຖືກຕ້ອງ ຢ່າສະຫຼຸບກັນເອງ ໃຫ້ເຈົ້າໜ້າທີ່ປະກັນ ຫຼື ເຈົ້າໜ້າທີ່ຕຳຫຼວດເປັນຝ່າຍຕັດສິນໂດຍການພິຈາລະນາຕາມຫຼັກຖານຕົວຈິງ.
  8. ການຕົກລົງເງື່ອນໄຂດ້ານຄ່າເສຍຫາຍ ຫຼັງຈາກເກີດອຸບັດຕິເຫດຫາກທ່ານເປັນຝ່າຍຖືກ ແລະ ຄູ່ກໍລະນີຍອມຊົດໃຊ້ຄ່າເສຍຫາຍໃຫ້ ທ່ານຕ້ອງຟັງເງື່ອນໄຂໃຫ້ດີໆກ່ອນ ແລະ ບໍ່ຟ້າວຍອມຄວາມງ່າຍໆ ຕ້ອງອີງໃສ່ວ່າມີຄົນເຈັບໜັກ, ເຈັບໜ້ອຍ ຫຼື ມີຄົນເສຍຊີວິດ ຍານພາຫະນະເປ່ເພຫຼາຍໜ້ອຍພຽງໃດ ເພາະຖ້າຫາກເຮົາດ່ວນຕັດສິນໃຈຍອມຮັບຂໍ້ສະເໜີອີກຝ່າຍໄປແລ້ວ ທ່ານຈະບໍ່ສາມາດຮຽກຮ້ອງຫຍັງໄດ້ເພີ່ມເຕີມອີກ. ຫຼັງຈາກທີ່ຕົກລົງກັນໄດ້ແລ້ວ ຕ້ອງມີການບັນທຶກເປັນລາຍລັກອັກສອນກັນທັງສອງຝ່າຍຕໍ່ໜ້າເຈົ້າໜ້າທີ່ໄກ່ເກ່ຍ.
  9. ຫາກທ່ານບໍ່ໄດ້ຮັບການຊົດເຊີຍຄ່າເສຍຫາຍກົງຕາມທີ່ໄດ້ເຮັດບົດບັນທຶກກັນໄວ້ນັ້ນ ແລະ ຄູ່ກໍລະນີມີທ່າທີ່ເພີກເສີຍຕໍ່ຄວາມຮັບຜິດຊອບທ່ານສາມາດນຳເອກະສານບົດບັນທຶກທີ່ທ່ານເຮັດໄວ້ກັບຄູ່ກໍລະນີ ພ້ອມຫຼັກຖານການສົນທະນາ ຫຼື ຫຼັກຖານຕ່າງໆທີ່ເປັນປະໂຫຍດຕໍ່ການແຈ້ງຄວາມເພື່ອດຳເນີນຄະດີ, ນຳຫຼັກຖານເຫຼົ່ານີ້ໄປແຈ້ງຄວາມຕໍ່ສຳນັກງານເຂດໃນເມືອງຂອງທ່ານ ເພື່ອໃຫ້ເຈົ້າໜ້າທີ່ເຂດເຊີນຄູ່ກໍລະນີມາໄກ່ເກ່ຍຂັ້ນຕົ້ນ.
  10. ກໍລະນີລົດຂອງທ່ານຖືກຢຶດໄວ້ເພື່ອກວດສອບສະພາບ ທ່ານຄວນໃຫ້ເຈົ້າໜ້າທີ່ຕຳຫຼວດກວດສິ່ງຂອງມີຄ່າໃນລົດ ແລະ ລົງບັນທຶກໄວ້.

 

 

 

 

 

 

 

 

 

 

 

 

 

ຮຽບຮຽງບົດ: ບຸດສະດີ ສາຍນໍ້ມັດ

ແຫຼ່ງຂໍ້ມູນ: tipinsure