spot_img
Homeນານາສາລະກົມອາຫານ ແລະ ຢາ ເຕືອນ ຜູ້ບໍລິໂພກໃຫ້ມີສະຕິ ໃນການຊື້ເຄື່ອງທາງອອນລາຍ

ກົມອາຫານ ແລະ ຢາ ເຕືອນ ຜູ້ບໍລິໂພກໃຫ້ມີສະຕິ ໃນການຊື້ເຄື່ອງທາງອອນລາຍ

Published on

ປະກົດການໂຄສະນາຂາຍຜະລິດຕະພັນ (ສິນຄ້າ) ຜ່ານສື່ອອນລາຍບໍ່ວ່າຈະເປັນທາງ Facebook, Instagram, Twitter ແລະ ສື່ອອນລາຍຕ່າງໆ ກຳລັງແຜ່ລະບາດໃນວົງກວ້າງ ແລະ ໄດ້ຮັບຄວາມນິຍົມສູງທັງຜູ້ຂາຍ-ຜູ້ຊື້ ຍ້ອນຜູ້ຊື້ມີຄວາມສະດວກສະບາຍໃນການຊື້-ຊຳລະເງິນ ແລະ ຍັງມີສິນຄ້າຫຼາຍປະເພດໃຫ້ໄດ້ເລືອກ, ສິນຄ້າບາງປະເພດມີການໂຄສະນາທີ່ໂອ້ອວດສັບພະຄຸນເກີນຈິງ ເຊິ່ງພາໃຫ້ຜູ້ບໍລິໂພກບາງກຸ່ມຄົນຫຼົງເຊື່ອຕົກເປັນເຍື່ອຂອງສິນຄ້າປອມ, ສິນຄ້າບໍ່ໄດ້ຄຸນນະພາບ, ສິນຄ້າບໍ່ຜ່ານການກວດກາຂອງກົມອາຫານ ແລະ ຢາ (ອຍ). ນອກຈາກນັ້ນ ຜູ້ຂາຍຜະລິດຕະພັນຍັງໃຊ້ກົນລະຍຸດໃນລັກສະນະການຂາຍແບບເຄືອຂ່າຍລູກໂສ້ ໂດຍເອົາຜົນຕອບແທນມາອ້າງ ເພື່ອດຶງດູດຄວາມສົນໃຈຂອງປະຊາຊົນຈົນລືມຄຳນຶງເຖິງຫຼັກສິນທຳ.

ເນື່ອງຈາກວ່າໃນໄລຍະຜ່ານມາມີການສົ່ງຂ່າວ ແລະ ຮ້ອງທຸກທັງພາກລັດ ແລະ ປະຊາຊົນ ກ່ຽວກັບການໂຄສະນາອວດອ້າງສັບພະຄຸນເກີນຄວາມເປັນຈິງ, ເພື່ອປົກປ້ອງຜູ້ບໍລິໂພກໄລຍະຜ່ານມາທາງກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ມີການປາບປາມຜະລິດຕະພັນທີ່ບໍ່ຂຶ້ນທະບຽນ ຫຼື ສິນຄ້າປອມຢ່າງເຄັ່ງຂັດເຊັ່ນ: ຜະລິດຕະພັນອາຫານ, ອາຫານເສີມ, ຢາ ແລະ ເຄື່ອງສໍາອາງບາງຊະນິດ ໂດຍໄດ້ແຈ້ງເຕືອນເຖີງຜູ້ດຳເນີນທຸລະກິດ ດ້ານອາຫານ, ຢາ ແລະ ເຄື່ອງສໍາອາງ ຫ້າມໂຄສະນາອວດອ້າງສັບພະຄຸນອາຫານ, ຢາ ແລະ ເຄື່ອງສຳອາງເກີນຂອບເຂດການອະນຸຍາດທີ່ອະນຸມັດໂດຍກົມອາຫານ ແລະ ຢາ, ຫ້າມໂຄສະນາອາຫານເສີມ, ຢາ ແລະ ເຄື່ອງສຳອາງທີ່ບໍ່ໄດ້ຮັບການກວດກາ ແລະ ອະນຸຍາດດ້ານເນື້ອໃນຈາກກົມອາຫານ ແລະ ຢາ ຫາກພາກສ່ວນໃດມີການລະເມີດຝ່າຝືນຈະຖືກປະຕິບັດຕາມມາດຕະການທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ. ພ້ອມທັງແຈ້ງປະຊາຊົນຫາກທ່ານພົບເຫັນການເຄື່ອນໄຫວໂຄສະນາ ຂອງຜູ້ຂາຍຜະລິດຕະພັນໃນຮູບແບບລັກສະນະດັ່ງກ່າວນີ້ ໃຫ້ແຈ້ງໜ່ວຍງານຮັບຜິດຊອບ ຫຼື ກົມອາຫານ ແລະ ຢາໄດ້ທີ່ໝາຍເລກໂທລະສັບ 021 214013-4;

ເຊິ່ງປັດຈຸບັນມີລາຍການຢາທີ່ຂຶ້ນທະບຽນຖືກຕ້ອງມີ 1867 ລາຍການ ສາມາດກວດເບິ່ງໄດ້ທີ່ລິ້ງ www.fdd.gov.la

ທາງທີມງານລາວໂພສ໌ໄດ້ໂທລະສັບໄປຂໍຂໍ້ມູນນຳກົມອາຫານ ແລະ ຢາ ໃນກໍລະນີຫາກມີຜູ້ບໍລິໂພກເກີດອັນຕະລາຍຈາກການໃຊ້ຜະລິດຕະພັນທີ່ຊື້ຈາກອອນລາຍ ແລະ ຕ້ອງການຮຽກຮ້ອງໃຫ້ຜູ້ຂາຍ ຫຼື ເຈົ້າຂອງຜະລິດຕະພັນນັ້ນຮັບຜິດຊອບຄວາມເສຍຫາຍທີ່ເກີດຂຶ້ນຈະຕ້ອງເຮັດແນວໃດ? ແລະ ຕ້ອງໄປພົວພັນກັບທາງພາກສ່ວນໃດ ບັນຫານີ້ໄດ້ມີເຈົ້າໜ້າທີ່ຂອງກົມອາຫານ ແລະ ຢາທ່ານໜຶ່ງໄດ້ໃຫ້ຂໍ້ມູນກັບພວກເຮົາວ່າ:

“ຫາກທ່ານໄດ້ຮັບອັນຕະລາຍຈາກການໃຊ້ຜະລິດຕະພັນໃດທີ່ຊື້ຈາກ Facebook ຫຼື ສື່ອອນລາຍ ແມ່ນໃຫ້ທ່ານໄປພົວພັນທີ່ ກອງອຳນວຍຄວາມສະດວກທາງດ້ານການຄ້າ ກະຊວງອຸດສາຫະກຳ-ການຄ້າ, ຫຼັກຖານທີ່ນຳໄປປະກອບມີ: ແຄັບໜ້າຈໍສິນຄ້າປະເພດນັ້ນ, ຊື່ຂອງສິນຄ້າ, ລະຫັດສິນຄ້າ,​ ຊື່-ເບີໂທຂອງຜູ້ຂາຍ ແລະ ເປັນໄປໄດ້ຫາກທ່ານມີໃບກວດຜົນຂ້າງຄຽງຢືນຢັນຈາກທາງໂຮງໝໍຍິ່ງເປັນການດີ ທາງກອງອຳນວຍຄວາມສະດວກທາງການຄ້າ ຈະມີເອກະສານໃຫ້ທ່ານປະກອບກັບຫຼັກຖານທີ່ທ່ານມີ ພ້ອມຮັບເລື່ອງຂອງທ່ານໄປກວດສອບກ່ອນຈະສົ່ງຕໍ່ເອກະສານຂອງທ່ານມາທີ່ກົມອາຫານ ແລະ ຢາເພື່ອດຳເນີນຕາມຂັ້ນຕອນໃນລະບຽບກົດໝາຍ”.

ທັງນີ້ທາງກົມອາຫານ ແລະ ຢາ ຍັງໄດ້ແຈ້ງເຕືອນມາຍັງຜູ້ບໍລິໂພກໃຫ້ເພີ່ມຄວາມລະມັດລະວັງ ຢ່າຫຼົງເຊື່ອກົນອຸບາຍຕ່າງໆຂອງຜູ້ຂາຍ ໃຫ້ນຳໃຊ້ຜະລິດຕະພັນທີ່ຂຶ້ນທະບຽນ ອຍ ຢ່າງຖືກຕ້ອງຕາມກົດໝາຍ ທັງນີ້ ກໍ່ເພື່ອປົກປ້ອງສຸຂະພາບ ແລະ ຊັບສິນຂອງຜູ້ບໍລິໂພກ.

 

 

 

ຮຽບຮຽງບົດໂດຍ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນໂດຍ: ກົມອາຫານ ແລະ ຢາ
ຮູບປະກອບ: news.mthai.com, springnews.co.th

ບົດຄວາມຫຼ້າສຸດ

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...