spot_img
Homeຂ່າວພາຍ​ໃນກະຊວງກະສິກຳ ອອກຄຳສັ່ງອະນຸຮັກ ແລະ ພັດທະນາສັດນໍ້າ-ສັດປ່າ

ກະຊວງກະສິກຳ ອອກຄຳສັ່ງອະນຸຮັກ ແລະ ພັດທະນາສັດນໍ້າ-ສັດປ່າ

Published on

ໃນ​ຊຸມ​ປີ­ຜ່ານ­ມາ, ພະ​ແນກ​ກະ­ສິ­ກຳ ແລະ​ປ່າ­ໄມ້​ປະ­ຈຳແຂວງນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ມີ​ຄວາມ​ພະ­ຍາ­ຍາມ​ຢ່າງ ຕັ້ງ­ໜ້າ​ໃນ​ການ​ສ້າງ​ຂະ​ບວນ​ການ​ປ່ອຍ​ປາ, ອະ­ນຸ​ຮັກ​ສັດ​ນ້ຳ ແລະ​ສັດ­ປ່າ​ແຫ່ງ​ຊາດ ພ້ອມ​ທັງ​ອອກ​ລະ­ບຽບ​ການ​ຄຸ້ມ​ຄອງ, ວາງ​ມາດ​ຕະ­ການ​ຫ້າມ​ລ່າ​ສັດ, ຫາ​ປາ ແລະ​ສັດ​ນ້ຳ​ໃນ​ໄລ­ຍະ​ທີ່ສັດ​ນ້ຳ ແລະ​ສັດ­ປ່າ​ວາງ​ໄຂ່, ຂະ­ຫຍາຍ​ພັນ, ສະ­ກັດ​ກັ້ນ​ການຄ້າ​ສັດ​ນ້ຳ ແລະ​ສັດ­ປ່າ​ປະ­ເພດ​ຫວງ​ຫ້າມ, ເຮັດ​ໃຫ້​ຝູງ​ສັດ​ດັ່ງກ່າວ​ມີ​ການ​ຂະ­ຫຍາຍ​ພັນ​ໄດ້​ດີ​ສົມ­ຄວນ ແຕ່​ຄຽງ​ຄູ່​ກັນ​ນັ້ນ​ປາ­ກົດວ່າ­ການ​ລະ­ເມີດ​ລະ­ບຽບ​ກົດ­ໝາຍ​ກໍ​ຍັງ​ເກີດ​ຂຶ້ນ​ໃນ​ບາງ​ທ້ອງຖິ່ນ​ເຊັ່ນ: ການ​ນຳ​ໃຊ້​ເຄື່ອງ­ມື​ແບບ​ດັບ​ສູນ​ເພື່ອ​ລ່າ­ເນື້ອ​ຫາ​ປາ, ການ​ຄ້າ­ຂາຍ​ສັດ​ນ້ຳ ແລະ​ ສັດ­ປ່າ​ປະ­ເພດ​ຫວງ​ຫ້າມ​ບັນ­ຊີ 1 ແລະປະ­ເພດ​ຄຸ້ມ​ຄອງ​ບັນ­ຊີ 2 ຢູ່​ຕາມ​ທ້ອງ​ຕະ­ຫຼາດ, ຮ້ານ​ອາ­ຫານ, ຕາມ​ເສັ້ນ­ທາງ ແລະ ​ອື່ນໆ.

ເພື່ອ​ແກ້​ໄຂ​ປາ­ກົດ­ການ​ຫຍໍ້­ທໍ້ ແລະ ​ທັງ​ເປັນ​ການ​ສ້າງ​ຂະ​ບວນການ​ເນື່ອງ​ໃນ​ວັນ​ປ່ອຍ​ປາ ແລະ ​ອະ­ນຸ​ຮັກ​ສັດ​ນ້ຳ ແລະ​ສັດ­ປ່າແຫ່ງ​ຊາດ​ວັນ​ທີ 13 ກໍ­ລະ­ກົດ 2016 ໃຫ້​ເປັນ​ຂະ​ບວນ​ຟົດ­ຟື້ນທົ່ວ​ປວງ​ຊົນ, ລັດ­ຖະ­ມົນ­ຕີ​ກະ­ຊວງ​ກະ­ສິ­ກຳ ແລະ​ປ່າ­ໄມ້​ໄດ້​ອອກຄຳ​ສັ່ງ​ສະ­ບັບ​ເລກ​ທີ 2367/ກປ ລົງ​ວັນ​ທີ 27 ພຶດ­ສະ­ພາ 2016 ທີ່​ມີ​ເນື້ອ​ໃນ​ລະ­ບຸ​ວ່າ: ໃຫ້​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ທຸກ​ຂັ້ນ​ໃນ​ຂອບເຂດ​ທົ່ວ​ປະ­ເທດ​ສືບ­ຕໍ່​ໂຄ­ສະ­ນາ​ເຜີຍ­ແຜ່​ກົດ­ໝາຍ​ວ່າ​ດ້ວຍ​ການປະ­ມົງ ແລະ​ກົດ­ໝາຍ​ວ່າ​ດ້ວຍ​ສັດ​ນ້ຳ ແລະ​ສັດ­ປ່າໃຫ້​ທົ່ວ​ປວງຊົນ​ໄດ້​ຮັບ​ຮູ້ ແລະ​ເຂົ້າ­ໃຈ​ເຖິງ​ກົດ­ໝາຍ​ດັ່ງ­ກ່າວ​ຢ່າງ​ເລິກ­ເຊິ່ງ, ສ່ວນ​ບ່ອນ​ທີ່​ມີ​ເງື່ອນ­ໄຂ​ກໍ​ໃຫ້​ມີ​ການ​ປະ​ກວດ​ຮູບ­ແຕ້ມ, ແຂ່ງຂັນ­ກາບ​ກອນ, ຈັດ​ວາງ­ສະ­ແດງ​ຮູບ​ພາບ, ແຈກ​ຢາຍ​ຄູ່​ມື ແລະເອ­ກະ­ສານ​ການ​ຂະ­ຫຍາຍ​ພັນ​ປາ ແລະ​ ວຽກ​ງານ​ອະ­ນຸ​ຮັກ​ສັດນ້ຳ ແລະ​ສັດ­ປ່າ, ໃຫ້​ຄວາມ​ຮູ້​ພື້ນ­ຖານໃນ​ການ​ເພາະ​ລ້ຽງ​ແກ່​ປະ­ຊາ­ຊົນ, ພ້ອມນັ້ນ​ກໍ​ໃຫ້​ຕິດ­ຕາມ​ກວດ­ກາ ແລະ ​ປຸກ​ລະດົມ​ປະ­ຊາ­ຊົນ​ໃຫ້​ຕື່ນ​ຕົວ​ສະ­ໝັກ​ໃຈ​ມອບອາ­ວຸດ​ລ່າ​ສັດ ແລະ​ ເຄື່ອງ­ມື​ຫາ​ປາ​ແບບດັບ​ສູນ​ແກ່​ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ ແລະ​ ເຈົ້າ​ໜ້າ­ທີ່​ທີ່​ກ່ຽວ­ຂ້ອງເພື່ອ​ຄຸ້ມ​ຄອງໃຫ້​ຖືກ­ຕ້ອງ​ຕາມ​ລະ­ບຽບ​ກົດ­ໝາຍ.

ນອກ​ນີ້​ໃຫ້​ກົມ​ລ້ຽງ­ສັດ ແລະ​ການ​ປະມົງ, ກົມ​ກວດ­ກາ​ປ່າ­ໄມ້, ກົມ​ປ່າ­ໄມ້, ພະແນກ​ກະ­ສິ­ກຳ ແລະ​ປ່າ­ໄມ້​ປະ­ຈຳ​ແຂວງ ແລະ​ນະ­ຄອນ­ຫຼວງ​ວຽງ​ຈັນ ປະ­ສານ​ສົມທົບ​ກັບ​ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ ເພື່ອປຸກ­ລະ­ດົມ​ຂົນ­ຂວາຍ ແລະ​ຈັດ​ຕັ້ງ​ກິດ​ຈະກຳ​ຕ່າງໆ​ຕາມ​ເງື່ອນ­ໄຂ ແລະ​ສະ­ພາບຕົວ​ຈິງ​ໃນ​ການ​ປ່ອຍ​ປາ​ລົງ​ໃສ່​ໜອງ, ບຶງ, ແມ່­ນ້ຳ​ລຳ­ເຊ, ອ່າງ­ເກັບ­ນ້ຳ, ເຂື່ອນ​ໄຟ­ຟ້ານ້ຳ­ຕົກ, ແຫຼ່ງ​ນ້ຳ​ຕ່າງໆ ແລະ​ປ່ອຍ​ສັດປ່າ​ທີ່​ໄດ້​ມາ​ຈາກ​ການ​ເພາະ​ພັນ, ຢຶດ​ຈາກການ​ລ່າ ຫຼື ການ​ຄ້າŒຂາຍ​ຜິດ​ກົດ­ໝາຍເຂົ້າ​ໃນ​ປ່າ​ສະ­ຫງວນ​ຕ່າງໆ​ທີ່​ເຫັນ​ວ່າ​ມີຄວາມ​ປອດ​ໄພແລະ​ສາ­ມາດ​ອອກ​ແມ່ແພ່​ລູກ​ໄດ້​ຢ່າງ​ເປັນ​ຂະ​ບວນ​ກວ້າງ­ຂວາງ, ຫ້າມ​ບຸກ­ຄົນ​ໃດ​ຊື້Œຂາຍ​ສັດ​ນ້ຳແລະ​ສັດປ່າ​ປະ­ເພດ​ຫວງ​ຫ້າມຫຼືບັນ­ຊີ 1 ແລະປະ­ເພດ​ຄຸ້ມ​ຄອງຫຼືບັນ­ຊີ 2 ໃນ​ທຸກ​ລະ­ດູການ​ຢ່າງ​ເດັດ­ຂາດ, ຫ້າມ​ນຳ​ເອົາ​ສັດ​ນ້ຳ ແລະ​ສັດ­ປ່າ​ປະ­ເພດ​ຫວງ​ຫ້າມ​ທີ່​ຍັງ​ມີຊີ­ວິດ, ຊາກ, ຊິ້ນ​ສ່ວນ ແລະ​ອະ​ໄວ​ຍະ​ວະຕ່າງໆ​ຂອງ​ສັດ​ອອກ​ຈາກ​ທີ່­ຢູ່​ອາ­ໄສ ຫຼື ແຫຼ່ງ​ກຳ­ເນີດ​ມາ​ໄວ້​ໃນ​ຄອບ​ຄອງ, ຫ້າມບຸ­ກລຸກ​ທຳ­ລາຍ​ເຂດ​ອະ­ນຸ​ຮັກ​ພັນ​ສັດ, ວັງສະ­ຫງວນ, ຖິ່ນ​ທີ່­ຢູ່​ອາ­ໄສ ແລະ​ແຫຼ່ງ​ອາຫານ​ຂອງ​ສັດ​ນ້ຳ ແລະ​ສັດ­ປ່າ​ໂດຍ​ທາງ ກົງ ແລະ​ທາງ​ອ້ອມ​ທີ່​ບໍ່​ຖືກ­ຕ້ອງ​ຕາມ​ລະ­ບຽບ​ກົດ­ໝາຍ.

ພ້ອມ​ດຽວ​ກັນ​ນີ້​ຍັງ​ຫ້າມ​ຈັບ­ຈອງ, ຍ້າຍ, ປ່ຽນ­ແປງ ຫຼື ທຳ­ລາຍ​ເຄື່ອງ­ໝາຍເຂດ​ວັງ​ສະ­ຫງວນ, ເຂດ​ອະ­ນຸ​ຮັກ​ພັນ​ສັດ ແລະ​ຖິ່ນ​ທີ່­ຢູ່​ອາ­ໄສ, ຫາ​ປາ​ໃນ​ໄລ­ຍະ​ລະດູ​ປາ​ວາງ​ໄຂ່, ຕັນ​ສາຍ​ນ້ຳ​ດ້ວຍ​ວິ­ທີ​ການເຮັດ​ຕ້ອນ ແລະ​ການ​ກະ­ທຳ​ອື່ນໆ​ທີ່​ເປັນການ​ລະ­ເມີດ​ລະ­ບຽບ​ກົດ­ໝາຍ​ກ່ຽວ​ກັບສັດ​ນ້ຳŒສັດ­ປ່າແລະ​ກົດ­ໝາຍ​ວ່າ​ດ້ວຍການ​ປະ­ມົງ, ໃນ​ກໍ­ລະ­ນີ​ພົບ​ເຫັນ​ຜູ້​ລະ­ເມີດຂໍ້​ຫ້າມ​ດັ່ງ­ກ່າວ​ໃຫ້​ສົມ­ທົບ​ກັບ​ພາກ­ສ່ວນກ່ຽວ­ຂ້ອງ​ດຳ­ເນີນ​ມາດ​ຕະ­ການ​ກ່າວເຕືອນ, ສຶກ​ສາ​ອົບ­ຮົມ, ປັບ​ໃໝ, ດຳ­ເນີນຄະ­ດີ​ແພ່ງ ຫຼື ຄະ­ດີ​ອາ­ຍາ​ຕາມ​ແຕ່​ລະ​ກໍລະ​ນີ​ເບົາ ຫຼື ໜັກ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດໝາຍ.

ສຳ­ລັບ​ການ­ຈັດ­ຕັ້ງ​ພິ­ທີ​ເນື່ອງ​ໃນ​ວັນປ່ອຍ​ປາ ແລະ​ອະ­ນຸ​ຮັກ​ສັດ​ນ້ຳ ແລະ​ສັດປ່າ​ແຫ່ງ​ຊາດ​ວັນ​ທີ 13 ກໍ­ລະ­ກົດ 2016 ນີ້, ໃຫ້​ອີງ­ໃສ່​ເງື່ອນ­ໄຂ​ຂອງ​ແຕ່​ລະ​ທ້ອງ ຖິ່ນ​ໂດຍ​ເນື້ອ​ໃນ​ເນັ້ນ​ໃສ່​ປຸກ­ລະ­ດົມ​ເປັນຕົ້ນ­ຕໍ​ບົນ​ພື້ນ­ຖານ​ປະ­ຢັດ​ມັດ­ທະ­ຍັດ, ບ່ອນໃດ​ມີ​ເງື່ອນ­ໄຂ​ກໍ​ໃຫ້​ລົງ­ມື​ແຕ່​ດຽວ­ນີ້​ເປັນຕົ້ນ​ໄປ ແລະ​ໃຫ້​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ຮອດທ້າຍ​ເດືອນ​ກັນ­ຍາ 2016, ສ່ວນ​ແນວ​ພັນປາ​ທີ່​ຈະ​ນຳ​ມາ​ປ່ອຍ​ນັ້ນ​ແມ່ນ​ໃຫ້​ເລັ່ງ​ໃສ່ແນວ​ພັນ​ປາ​ພື້ນ­ເມືອງ ໂດຍ​ສະ­ເພາະ​ຈຳພວກ​ປາ​ກິນ​ພືດ ຫຼື ໄຮ​ນ້ຳ, ສ່ວນ​ແນວ​ພັນປາ​ຕ່າງ­ປະ­ເທດ​ແມ່ນ​ໃຫ້​ປ່ອຍ​ສະ­ເພາະ​ຢູ່ແຫຼ່ງ​ນ້ຳ​ປິດ​ເຊັ່ນ: ໜອງ​ປາ​ຊຸມ​ຊົນ, ອ່າງເກັບ​ນ້ຳ​ຂະ­ໜາດ​ນ້ອຍ ຫຼື ໜອງ​ບໍ­ລິ­ເວນໃດ​ໜຶ່ງ ເພື່ອ​ຫຼີກ­ເວັ້ນ​ການ​ດັບ​ສູນ​ປາ​ພື້ນເມືອງ​ຂອງ​ລາວ​ເຮົາ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...